ເກີດເຫດ​ຍິງ​ປືນ​ຢູ່ Texas, ອາ​ເມ​ລິ​ກາ ເຮັດ​ໃຫ້​ມີຫຼາ​ຍ​ຄົນຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ

(VOVWORLD) -ໃນວັນທີ 24 ພຶດສະພາ, Salvador Ramos ອາຍຸ 18 ປີ ໄດ້ຍິງປືນໃສ່ໂຮງຮຽນປະຖົມ Robb ຢູ່ເທດສະບານເມືອງ Uvalde ຂອງ ລັດ Texas (ອາເມລິກາ), ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 21 ຄົນ, ໃນນັ້ນ ມີນັກຮຽນ 18 ຄົນ. 
ເກີດເຫດ​ຍິງ​ປືນ​ຢູ່ Texas, ອາ​ເມ​ລິ​ກາ ເຮັດ​ໃຫ້​ມີຫຼາ​ຍ​ຄົນຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ - ảnh 1ຕຳຫຼວດກຳລັງເກັບກຳຂໍ້ມູນກ່ຽວກັບເຫດຍິງປືນ ໂຮງຮຽນປະຖົມ Robb (ພາບ: AFP/TTXVN) 

ໃນວັນທີ 24 ພຶດສະພາ, Salvador Ramos ອາຍຸ 18 ປີ ໄດ້ຍິງປືນໃສ່ໂຮງຮຽນປະຖົມ Robb ຢູ່ເທດສະບານເມືອງ Uvalde ຂອງ ລັດ Texas (ອາເມລິກາ), ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 21 ຄົນ, ໃນນັ້ນ ມີນັກຮຽນ 18 ຄົນ. ຕາມບັນດານັກສອບສວນແລ້ວ, ຜູ້ຖືກສົງໄສໄດ້ມີການກະທຳພຽງຄົນດຽວ ແລະ ໄດ້ຍິງແມ່ຍ່າຂອງຕົນກ່ອນທີ່ອອກໄປຍິງປືນຢູ່ໂຮງຮຽນແຫ່ງນີ້.

        ພາຍຫຼັງເກີດເຫດດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ຫຼຸດທຸງລົງເຄິ່ງເສົາຢູ່ທຳນຽບຂາວ, ສຳນັກງານລັດຖະການແຫ່ງຕ່າງໆ ເພື່ອແນໃສ່ສະແດງຄວາມໂສກເສົ້າເສຍດາຍຕໍ່ຜູ້ປະສົບເຄາະຮ້າຍນີ້. ທ່ານປະທານາທິບໍດີ Joe Biden ກໍສະເໜີໃຫ້ປະຊາຊົນປະເທດນີ້ ຈົ່ງຕໍ່ສູ້ ແລະ ກໍ່ຄວາມກົດດັ່ນຕໍ່ສະມາຊິກສະພາແຫ່ງຊາດ, ແນໃສ່ຮັບຮອງເອົາບັນດາຮ່າງກົດໝາຍວ່າດ້ວຍການຄວບຄຸມປືນ.

ນັກຂ່າວ VOV ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ