ເກີດເຫດວາງລະເບີດ ຢູ່ Nigeria


ເກີດເຫດວາງລະເບີດ ຢູ່ Nigeria - ảnh 1

(ພາບ: Itar-Tass)

 (vovworld)- ວັນ​ທີ 1/6, ຕຳຫຼວດ Nigeria ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ສະໜາມກິລາ​ແຫ່ງ 1 ທີ່​ເທດສະບານ​ເມືອງ Mubi, ລັດ Adamawa ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ທີ່​ຂາດ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ນີ້ ​ແນ​ໃສ່​ກອງ​ເຊຍບານ​ເຕະ ຊື່​ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 40 ຄົນ​ເສຍ​ຊີວິດ. ຜູ້​ເຫັນ​ເຫດການ​ຄົນ 1 ​ໃຫ້​ຮູ້​ວ່າ: ຜູ້​ປະສົບ​ເຄາະ​ຮ້າຍ​ເກືອ​ບທັງ​ໝົດ​ແມ່ນ​ກອງ​ເຊຍ​ຂອງ​ທິມບານ​ເຕະ ​ແລະ ​ໃນ​ຈຳນວນ​ເຫຼົ່າ​ນີ້​ມີ​ທັງ​ແມ່ຍິງ ​ແລະ​ເດັກນ້ອຍ.

   ​ເຫດການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຢູ່ 1 ​ໃນ​ຈຳນວນ 3 ລັດ​ຢູ່​ທາງທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ Nigeria ​ແຫ່ງ​ທີ່​ຖືກ​ຈັດ​ວາງ​ໃນ​ສະພາວະສຸ​ກ​ເສີນ​ໃນ​ຮອບ​ເວລາ​ກ່ວາ 1 ປີຜ່ານມາ ​ໃນ​ຂະນະ​ທີ່​ກອງທັບ​ພວມ​ມານະ​ພະຍາຍາມ​ປາບ​ປາມ​ການ​ລຸກ​ຮຶ້ຂຶ້ນ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີ​ທີ່​ຜ່ານ​ມາ​ຂອງ Boko Haram./.

ຂ່າວ/ບົດ​ອື່ນ