ເກີດເຫດວາງລະເບີດກໍ່ຄວາມບາດເຈັບລົ້ມຕາຍຢູ່ອີຣັກແລະຊີຣີ

ເກີດເຫດວາງລະເບີດກໍ່ຄວາມບາດເຈັບລົ້ມຕາຍຢູ່ອີຣັກແລະຊີຣີ - ảnh 1
ພາບ​ປະ​ກອບ

(vovworld) - ​​​ຢ່າງ​ໜ້ອຍ​ສຸດ​ມີ 17 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ວາງ​ລ​ະ​ເບີດ​ສະຫຼະ​ຊີບ​ໃນ​ວັນ​ທ​ີ 29/12 ເພື່ອ​​ແນໃສ່​ຊາວ​ມຸດ​ສະ​ລິມ​ນິ​ກາຍ Shiite ຢູ່​ທາງ​ທິດ​ເໜືອ​ນະ​ຄອນຫຼວງ ແບດ​ແດດ​ຂອງ ອີ​ຣັ​ກ. ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ວາງ​ລະ​ເບີດນີ້​ອາດ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນຍ້ອນ​ໃນ​ຈຳ​ນວນ​ຜູ້​ຮັບ​ບາດ​ເຈັບ 35 ຄົນ​ນັ້ນມີຫຼາຍ​ຄົນ​​​ຖືກ​ຮັບ​ບາດ​ເຈັບ​​ສາ​ຫັດ. ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ມີ​ອົງ​ການ​ໃດ​​ກ່າວຮັບ​ຜິດ​ຊອບ​​ປະ​ຕິ​ບັດ​ເຫດ​ການ​ບຸກ​ໂຈ​ມ​ຕີ​ທີ່ນອງ​ເລືອດນີ້​ເທື່ອ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່ນ​ຮັບ​ຮູ້​ວ່າ: ເຫດ​ວາງ​ລະ​ເບີດນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກຸ່ມ​ຊາວ​ມຸດ​ສະ​ລິມ​ນິ​ກາຍ Sunni ຫົວ​ຮຸນ​ແຮງ, ໃນ​ນັ້ນ​ມ​ີ​ທັງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ຂ້າ​ໜານ​ນາມ​ເອງ​ຢູ່ ອີ​ຣັກ.

        ​ໃນ​ຂະ​ນະ​ນັ້ນ, ຢູ່​ພາກ​ກາງ ຊີ​ຣີ, ​ໄດ້​ເກີ​ດ​ເຫດ​ວາງລະ​ເບີດ​​ດ້ວຍ​ລົດ​ໂອ​ໂຕ​​ຢູ່​ແຂວງ Homs ຂອງ​ປະ​ເທດນີ້​ໃນ​ວັນ​ທີ 29/12, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 8 ຄົນ​ເສຍ​ຊີ​ວິດ ແລະ ອີກ 15 ຄົນ​ຮັບ​ບາດ​ເຈັບ. ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ໃຫ້​ຮູ້​ວ່າ: ບັນ​ດາ​ມື​ປືນ IS ໄດ້​ປະ​ກາດ​ເປັນ​ຜູ້ປະ​ຕິ​ບັດ​ເຫດ​ການ​ບຸກ​ໂຈມ​ຕີນີ້. ຜູ້​ວາ​ງ​ລະ​ເບີດ 2 ຄົນ​ຊາວ Morocco ໄດ້​ເສຍ​ຊີ​ວິດ​ແລ້ວ.



ຂ່າວ/ບົດ​ອື່ນ