ເກີນເທີສົ່ງເສີມຄູ່ຮ່ວມມືເຕັກໂນໂລຊີ,ການຄ້າແລະເຊື່ອມຕໍ່ກັບ2ລັດຂອງອາເມລິກາ

(VOVWORLD) -ວັນທີ 13 ກັນຍາ, ຄະນະປະຕິບັດງານຂອງນະຄອນເກີນເທີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄູ່ຮ່ວມມືອາເມລິກາ ຢູ່ 2 ລັດ Virginia ແລະ Maryland, ປະເທດອາເມລິກາ.
ເກີນເທີສົ່ງເສີມຄູ່ຮ່ວມມືເຕັກໂນໂລຊີ,ການຄ້າແລະເຊື່ອມຕໍ່ກັບ2ລັດຂອງອາເມລິກາ - ảnh 1 (ເກີນເທີສົ່ງເສີມຄູ່ຮ່ວມມືເຕັກໂນໂລຊີ,ການຄ້າແລະເຊື່ອມຕໍ່ກັບ2ລັດຂອງອາເມລິກາ)

ການຢ້ຽມຢາມແມ່ນເພື່ອແນໃສ່ສົ່ງເສີມການເຊື່ອມຕໍ່ລະຫວ່າງນະຄອນເກີນເທີ ກັບອາເມລິກາ ໃນຂົງເຂດດຶງດູດການລົງທຶນດ້ານວິທະຍາສາດເຕັກໂນໂລຊີ ແລະ ການຄ້າ. ທີ່ກອງປະຊຸມເຊື່ອມຕໍ່ວິສາຫະກິດ ແລະ ເຕັກໂນໂລຊີລະຫວ່າງເກີນເທີ ແລະ 2 ລັດດັ່ງກ່າວ, ທ່ານເລຂາຄະນະພັກນະຄອນເກີນເທີ ເຈີ່ນກ໋ວກຈຸງ  ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາ ແລະ ກາລະໂອກາດລົງທຶນຂອງນະຄອນ; ເນັ້ນໜັກວ່າ, ເກີນເທີ ບຸລິມະສິດຍູ້ແຮງການສົ່ງເສີມດ້ານການຄ້າອອກສູ່ຕະຫຼາດໂລກ, ໃນນັ້ນ ອາເມລິກາ ຍາມໃດກໍໄດ້ຮັບຖືວ່າ ເປັນຄູ່ຮ່ວມມືສຳຄັນແຖວໜ້າ. ເຂົ້າຮ່ວມກອງປະຊຸມ, ທ່ານ Michael Schwars, ຜູ້ອຳນວຍການສູນຄົ້ນຄວ້າ ແລະ ສົ່ງເສີມກະສິກອນ - ສົ່ງເສີມສິນໃນນ້ຳ ລັດ Virginia ໃຫ້ຮູ້ວ່າ.

        “ບັນດາກາລະໂອກາດລົງທຶນຢູ່ເກີນເທີ ແມ່ນໃຫຍ່ຫຼວງທີ່ສຸດ. ທ່າອ່ຽງ ລົງທຶນຂອງບັນດາປະເທດຢູ່ເກີນເທີ ໄດ້ເພີ່ມຂຶ້ນຫຼາຍໃນຊຸມປີຜ່ານມາ. ຂ້າພະເຈົ້າກໍ່ເຫັນວ່າ, ຫວຽດນາມ, ກໍຄືນະຄອນເກີນເທີ ແມ່ນນະຄອນສ້າງຄວາມປະທັບໃຈ ແລະ ໃກ້ຊິດສະໜິດສະໜົມກັບວິສາຫະກິດ. ກາລະໂອກາດເພື່ອເປີດກວ້າງ, ພັດທະນາ ແລະ ລົງທຶນດຳເນີນທຸລະກິດແມ່ນດີທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ