ເຂດຕາເວັນຕົກສຽງເໜືອຊຸກຍູ້ການຮ່ວມສຳພັນແລະພັດທະນາກະສິກຳ

ເຂດຕາເວັນຕົກສຽງເໜືອຊຸກຍູ້ການຮ່ວມສຳພັນແລະພັດທະນາກະສິກຳ - ảnh 1
(ພາບປະກອບ)

(vovworld) – ​ ​ເຂດຕາເວັນຕົກສຽງເໜືອຊຸກຍູ້ການຮ່ວມສຳພັນ ແລະ ພັດທະນາ

ກະສິກຳ, ດ້ວຍ​ຫົວ​ຂໍ້ “ຮ່ວມ​ສຳພັນ​ລະບົບ​ມູນ​ຄ່າ​ໃນ​ການ​ຜະລິດ​ເພື່ອ​ຂະ​ແໜງ​ການ​ກະສິກຳ​ພັດທະນາ​ແບບ​ຍືນ​ຍົງ”, ງານ​ຕະຫລາດນັດກະສິກຳ ​ແລະ ການ​ຄ້າ​​ເຂ​ດຕາ​ເວັນ​ຕົກ​ສຽງ​ເໜືອ​ປີ 2015 ​ຖືກໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/9, ຢູ່​ແຂວງ ຕວຽນ​ກວາງ. ງານ​ຕະຫລາດນັດ​ມີ​ຮ້ານ​ວາງສະ​ແດງ 250 ຮ້ານ​ທີ່​ມາ​ຈາກ​ບັນດາ​ແຂວງ​ພາກ​ເໜືອ ​ແລະ ​ແຂວງ ຕວຽນ​ກວາງ ພ້ອ​ມກັບ​ຜະລິດ​ຕະພັນ​ຕ່າງໆ​ຄື: ​ ​ພາຫະນະ​ເຄື່ອງ​ຈັກຮັບ​ໃຊ້​ການ​ຜະລິດ, ການ​ປຸງ​ແຕ່ງຜະລິດ​ຕະພັນກະ​ເສດ ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ; ວັດ​ຖຸ, ຝຸ່ນ​ເຄມີ, ຢາ​ປາບ​ສັດ​ຕູ​ພືດ, ຢາ​ປົວ​ພະຍາດສັດ; ເຕັກ​ໂນ​ໂລ​ຢີ ຊີວະ​, ວິທະຍາສິນ​ໃນ​ນ້ຳ…ທ່ານ ​ເລ​ຕ໋ຽນທັ໋ງ, ຜູ້ອຳນວຍການ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ຕວຽນ​ກວາງ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ຕະຫລາດນັດ ​ໃຫ້​ຮູ້​ວ່າ:

        “​ ໂດຍຜ່ານ​ງານ​ຕະຫລາດນັດ, ​ແຂວງ ຕວຽນ​ກວາງ ​ແລະ ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ຈະ​ສາມາດດຶງ​ດູດ​​ຄວາມ​ສົນ​ໃຈ​​ຈາກ​ບັນດາ​ວິ​ສາ​ຫະກິດຫລາຍ​ແຫ່ງ ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ສຳພັນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພັດທະນາ​ກະສິກຳ​ຊົນນະບົດ. ​ໃນ​ນັ້ນ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ຮ່ວມ​ສຳພັນ​ສ້າງ​ບັນດາເຂດ​ຜະລິດ​ແບບ​ກະ​ເສດ​ສຸມຕາມ​ມາດຖານ​ກະສິກຳ​ດີ​ຂອງ ຫວຽດນາມ ​ແລະ ສາກົນ, ຕິດ​ພັນ​ກັບ​ການ​ຮັກສາ​ປຸງ​ແຕ່ງ ​ແລະ ຮັບປະກັນ​ການຈຳໜ່າຍຜະລິດ​ຕະພັນ​ໃຫ້ຊາວກະ​ສີກ​ອນ”.

        ງານ​ຕະຫລາດນັດ​ກະສິກຳ ​ແລະ ການ​ຄ້າ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປີ 2015 ຈະ​ດຳ​ເນີນ​ຮອດ​ວັນ​ທີ 27/9 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ