ເຂດປູຊະນີຍະສະຖານ ເຕີນຈ່າວ ຮັບໃບຢັ້ງຢືນ ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ

ເຂດປູຊະນີຍະສະຖານ ເຕີນຈ່າວ ຮັບໃບຢັ້ງຢືນ   ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ - ảnh 1
ປູຊະນີຍະສະຖານ​ປະຫວັດສາດ ​ເຕີນ​ຈ່າວ
ພາບ: internet

 (vovworld) -  ຕອນ​ເຊົ້າ​ວັນ​ທີ 16/8 ຢູ່​ແຂວງ ຕວຽນ​ກວາງ ​ໄດ້​ດຳ​ເນີນ​ພິທີ​ຮັບ​ໃບ​ຢັ້ງຢືນ​ປູຊະນີຍະ​ສະຖານ​ປ​ະຫວັດ​ສາດ​ລະດັບ​ຊາດ​ພິ​ເສດ: ປູຊະນີຍະສະຖານ​ປະຫວັດສາດ ​ເຕີນ​ຈ່າວ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາ​ສູນ​ກາງ​ພັກ ພ້ອມ​ກັບ​ຜູ້ຕາງຫນ້າ​ພັກ, ລັດ, ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການ ​ແລະ ບັນດາ​ເຜົ່າ​ຢູ່​ແຂວງ ຕວຽນ​ກວາງ. ນະ​ທີ່​ນີ້, ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ຫວນ​ຄືນ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ອົງຄະ​ນະ​ພັກ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ ຕວຽນ​ກວາງ ​ເວົ້າ​ລວມ ​ແລະ ຕາ​ແສງ ​ເຕີນ​ຈ່າວ​ເວົ້າ​ສະ​ເພາະ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ​ຂອງ​ການ​ປະຕິວັດ ຫວຽດນາມ. ຢູ່​ຕາ​ແສງ ​ເຕີນ​ຈ່າວ​ໃນ​ເມື່ອ​ກ່ອນ​ໄດ້​ດຳ​ເນີນ​ບັນດາ​ເຫດການ​ປະຫວັດສາດ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ 8 ປີ 1945ຄື: ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຂອງ​ພັກ, ຕົກລົງ​ທຳ​ການ​ລຸກ​ຮື​ຂຶ້ນ​ຢືດ​ອຳນາດ​ໃນທົ່ວ​ປະ​ເທດ, ສ້າງ​ຕັ້ງ​ຄະນະ​ກຳມະການ​ລຸກ​ຮື​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ ກອງ​ປະຊຸມ​ທ່ົວ​ປະ​ເທດ​. ​ໃນ​ຊຸມ​​ເດືອນ​ປີ​ນັ້ນ, ອົງຄະ​ນະ​ພັກ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ ຕວຽນ​ກວາງ ​ແລະ ຕາ​ແສງ ​ເຕີ​ນຈ່າວ ຍາມ​ໃດ​ກໍ​ເຮັດ​ຫລ້ອນ​ຫນ້າ​ທີ່​ຂອງ​ຕົນ, ກໍ່ສ້າງ, ຕໍ່ສູ້, ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ອົງການ​ສຳຄັນ​ຂອງ​ສູນ​ກາງ. ທ່ານ ​ເລ​ຮົ່ງ​ແອ​ງ ​ຢືນຢັນ​ວ່າ:

        “ການ​ຕົກ​ລົງ​ຈັດ​ອັນ​ດັບ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ​​ເຕີນ​ຈ່າວ​ແມ່ນ​ການ​ເຊີດ​ຊູ, ຕີ​ລາຄາ​ຂອງ​ພັກ, ລັດ ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ໝາຍ​ປະຫວັດສາດ​ຂອງ​ເຂດ​ປູຊະນີຍະສະຖານ ​ເຕີນ​ຈ່າວ ພ້ອມ​ທັງ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ອົງຄະ​ນະ​ພັກ, ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ ຕວຽນ​ກວາງ ​ໃນ​ພາລະກິດ​ປະຕິວັດ​ຂອງ​ຊາດ ຫວຽດນາມ.”

 

ຂ່າວ/ບົດ​ອື່ນ