ເຂົ້າຮ່ວມບັນຍາກາດວັດທະນະທຳໄຕບັກຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ

ເຂົ້າຮ່ວມບັນຍາກາດວັດທະນະທຳໄຕບັກຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​​ ວັນ​ທີ 04/02 ລາ​ຍການ “ລະດູບານ​ໃໝ່​ປີ​ລະກາ 2017 - ສີສັນ​ວັດທະນະທຳ ​ເຊີນ​ລາ” ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ແນະນຳຄວາມ​ງາມ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ ​ໄຕ​ບັກ. ລາຍການ​ໂດຍ​ຫໍພິພິດທະພັນ​ຊົນ​ເຜົ່າ​ສາດ ຫວຽດນາມ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເຊີນ​ລາ ຈັດ​ຕັ້ງ, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ອຸດົມ​ສົມ​ບຸນ​ຄື: ສະ​ແດງຟ້ອນ​ແຊ​​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ຂັບ​ເຕີມ​ຕັງ​ບູຂອງ​ຊາວ​ເຜົ່າ​ກຶມ​ມຸ, ຂັບກ້ຽວຂອງ​ຊາວ​ເຜົ່າ​ຜູ້​ໄທ, ມົງ, ກຶມ​ມຸ. ນີ້​ແມ່ນ​ໂອກ​າດ ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊອກ​ຮູ້​ກ່ຽວ​ກັບ​ຄຸນຄ່າ​ຂອງ​ບາງ​ຮູບ​ການ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ບັນດາ​ປະຊາ​ຄົມ​ບັນດາ​ເຜົ່າ, ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ກັບ​ຊາວ​ເຜົ່າ ​ເພື່ອມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ແຂວງ ​ເຊີນ​ລາ. ​ເຂົ້າ​ຮ່ວມ​ລາຍການ ຍັງ​ມີ​​ບັນດາ​ນັກ​ສິລະ​ປະ​ທີ່​ມາ​ຈາກແຂວງ ບັກ​ນີງ, ຫາຍ​ເຢືອງ, ຮ່າ​ໂນ້ຍ…

 

 

ຕອບກັບ

ຂ່າວ/ບົດ​ອື່ນ