ເຈລະຈາFTAຍີ່ປຸ່ນ-ຈີນ-ສ.ເກົາຫລີຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າ

ເຈລະຈາFTAຍີ່ປຸ່ນ-ຈີນ-ສ.ເກົາຫລີຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າ - ảnh 1
ພາບປະກອບ

(vovworld) – ວັນ​ທີ 19/1, ​ເຈົ້າ​ໜ້າ​ທີ່ ຍີ່ປຸ່ນ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ​ໃນ​ຮອບ​ເຈລະຈາ​ຫຼ້າ​ສຸດ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) 3 ຝ່າຍ, ຍີ່​ປຸ່ນ, ຈີນ ​ແລະ ສ. ​ເກົາຫຼີ ຖືກ​ປະລາ​ໄຊ​ໃນ​ການວາງ​ຈຸດໝາຍ​ໃຫ້​ລະດັບການ​ເປີດ​ປະຕູ​ບັນດາ​ຕະຫຼາດ. ​​ແຕ່​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຜູ້ຕາງໜ້າ​ຝ່າຍ​ຕ່າງໆ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ປຶກສາ​ຫາລື, ພ້ອມ​ທັງ​ຢັ້ງຢືນຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ການ​ນຳ​ໃນ​ການ​ສິ້ນ​ສຸດ​ການ​ເຈລະຈາ​ຄັ້ງ​ຕ່າງໆ​ໂດຍ​ໄວ. ປະຈຸ​ບັນ, 3 ປະ​ເທດ​ພວມ​ຄິດ​ໄລ່​ຊັ່ງຊາ​ຈັດ​ຕັ້ງ​ບັນດາ​ການ​ໂອ້​ລົມ​ສົນທະນາ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການໃນ​ເດືອນ 4 ຈະ​ມາ​ເຖິງ​ຢູ່ ສ. ​ເກົາຫຼີ. ນີ້​ແມ່ນ​ຄັ້ງ​ທຳ​ອິ​ດທີ່ລັດຖະມົນຕີ​ການ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທ​ດຮັບຜິດຊອບ​ບັນຫາ​ເສດຖະກິດ​ຂອງ​ຍີ່​ປຸ່ນ Yasumasa Nagamine, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ ຈີນ ກາວ​ຢານ ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສ. ​ເກົາຫຼີ Kim Hak – do ​ໄດ້ຈັດ​ຕັ້ງ​ການ​ເຈລະຈາ​ພາຍຫຼັງ​​ທີ່ການ​ນຳ 3 ປະ​ເທດ​ໄດ້​ໃຫ​້ຄຳ​ໝັ້ນ​ສັນຍາ​ສົ່ງ​ເສີມ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ເມື່ອ​ເດືອນ 11/2015. ຖ້າ​ຫາກ​ໄດ້​ຮັບ​ການ​ລົງ​ນາມ, FTA ຍີ່ປຸ່ນ - ຈີນ - ສ. ​ເກົາຫຼີ ຈະ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ທີ່ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ, ດ້ວຍ​ເລື່ອງ​ເຊື່ອມ​ຕໍ່ 3 ​ໃນ​ຈຳນວນ 4 ພື້ນຖານ​ເສດຖະກິດ​ໃຫຍ່​ສຸດ​ຢູ່​ອາຊີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັບ​ແຕ່​ເລີ່​ມ​ຕົ້ນເຈລະຈາ​ເມື່ອ​ທ້າຍປີ 2012, ບັນດາ​ຝ່າຍ​ບັນລຸ​ຄວາມ​ຄືບ​ໜ້າ​ໄດ້​ໜ້ອຍ​ທີ່​ສຸດ.


ຂ່າວ/ບົດ​ອື່ນ