ເຈົ້າໜ້າທີ່ການທູດຂັ້ນສູງສ.ເກົາຫຼີ - ອາເມລິກາ ດຳເນີນການເຈລະຈາ

(VOVWORLD) -2 ຝ່າຍໄດ້ຢືນຢັນຄືນໃໝ່ການຮ່ວມສຳພັນທະມິດຢ່າງແຮງລະຫວ່າງອາເມລິກາ ແລະ ສ.ເກົາຫຼີ, ພ້ອມທັງເຫັນດີຮັກສາການສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນໃຫ້ແກ່ການປອດນິວເຄຼຍຢ່າງສິ້ນເຊິ່ງ

ເຈົ້າໜ້າທີ່ການທູດຂັ້ນສູງສ.ເກົາຫຼີ - ອາເມລິກາ ດຳເນີນການເຈລະຈາ - ảnh 1 ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ

ຮັບຜິດຊອບພາກພື້ນອາຊີ ແລະ ປາຊີຟິກ ທ່ານ David Stilwell

(ພາບ: AFP/TTXVN)

ວັນທີ 03 ພະຈິກ, ກະຊວງການຕ່າງປະເທດສ.ເກົາຫຼີ ແລະ ອາເມລິກາ ແຈ້ງໃຫ້ຊາບວ່າ, ວັນທີ 02 ພະຈິກ, ທ່ານຮອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ຮັບຜິດຊອບບັນດາບັນຫາການເມືອງ Yoon Soon gu ໄດ້ມີການພົບປະກັບຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບພາກພື້ນອາຊີ ແລະ ປາຊີຟິກ ທ່ານ David Stilwell ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງບາງກອກ, ປະເທດໄທ.

        2 ຝ່າຍໄດ້ຢືນຢັນຄືນໃໝ່ການຮ່ວມສຳພັນທະມິດຢ່າງແຮງລະຫວ່າງອາເມລິກາ ແລະ ສ.ເກົາຫຼີ, ພ້ອມທັງເຫັນດີຮັກສາການສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນໃຫ້ແກ່ການປອດນິວເຄຼຍຢ່າງສິ້ນເຊິ່ງ, ຮອບດ້ານ ແລະ ໄດ້ຮັບການຢັ້ງຢືນ ຂອງສປປ.ເກົາຫຼີ. ເຈົ້າໜ້າທີ່ 2 ທ່ານກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຕໍ່ເນື່ອງໃນຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກ ຂອງອາເມລິກາ ແລະ ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງສ.ເກົາຫຼີ, ຄິດໄລ່ເຖິງຜົນປະໂຫຍດຂອງຝ່າຍຕ່າງໆ, ກະຈ່າງແຈ້ງ, ເຄົາລົບກົດໝາຍສາກົນ ແລະ ບົດບາດໃຈກາງຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ