ເຊີດ​ຊູ​ 100 ກວ່ານັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ດີ​ເດັ່ນຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປີ 2023

(VOVWORLD) - ຕອນຄ່ຳວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນ “ພິທີເຊີດຊູນັກທຸລະກິດ, ວິສາຫະກິດ ແທັງລອງ ປີ 2023”.
ເຊີດ​ຊູ​ 100 ກວ່ານັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ດີ​ເດັ່ນຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປີ 2023 - ảnh 1ພິທີມອບໃບຍ້ອງຍໍຊົມເຊີຍ (ພາບ: qdnd.vn)

ກວ່າ 100 ວິສາຫະກິດທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ແມ່ນວິສາຫະກິດດີເດັ່ນ, ຕາງໜ້າໃຫ້ 351.000 ວິສາຫະກິດຂອງນະຄອນຫຼວງທີ່ມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ມີການປ່ຽນແປງໃໝ່ໃນການຜະລິດດຳເນີນທຸລະກິດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງນະຄອນ, ສ້າງວຽກເຮັດງານທຳ, ລາຍຮັບຖາວອນໃຫ້ແກ່ຜູ້ອອກແຮງງານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວສັງຄົມ. ນັກທຸລະກິດ ຫງວຽນທິຮົ່ງຈາງ ຜູ້ອຳນວຍການຝ່າຍບໍລິຫານ, ບໍລິສັດ ຫວຽດແທັ່ງ ຫວຽດນາມ ຈຳກັດ ເຊິ່ງເປັນໜຶ່ງໃນບັນດາວິສາຫະກິດທີ່ໄດ້ຮັບການເຊີດຊູ ແບ່ງປັນວ່າ:

“ປີ 2023 ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພວກຂ້າພະເຈົ້າໄດ້ມີມາດຕະການແກ້ໄຂເພື່ອຍົກສູງເຄື່ອງໝາຍການຄ້າຢູ່ຕະຫຼາດ. ໂດຍເປັນວິສາຫະກິດທີ່ເຄື່ອນໄຫວຢູ່ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາການນຳນະຄອນ ກໍຄື ຈາກບັນດາກະຊວງ, ຂະແໜງການ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອກ່ຽວກັບບັນດານະໂຍບາຍພາສີອາກອນ ແລະ ນະໂຍບາຍກູ້ຢືມທຶນຈາກທະນາຄານຫຼາຍກວ່າອີກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ