ເຊີດຊູ 100 ນັກ ທຸລະກິດຍິງ ຫວຽດນາມ ດີເດັ່ນປີ 2013

ເຊີດຊູ 100 ນັກ ທຸລະກິດຍິງ ຫວຽດນາມ ດີເດັ່ນປີ 2013 - ảnh 1
ພິທີໄດ້ຈັດຂຶ້ນໃນຕອນເຊົ້່າວັນທີ 1/3
(ພາບ: vov.vn)


(vovworld) – ​ເຫດການເຊີດ​ຊູນັກ​ທຸລະ​ກິດ​ຍິງ​ຫວຽດນາມ​ດີ​ເດັ່ນ​ປີ 2013​ 100​ ຄົນ​ໄດ້​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 1/3, ຢູ່ ຮ່າ​ໂນ້ຍ, ​ເພື່ອສະ​ເຫຼີ​ມສະຫຼອງວັນ​ແມ່ຍິງ​ສາກົນ 8/3. “ນັກທຸລະກິດ​ຍິງ ຫວຽດນາມ ດີ​ເດັ່ນ​ປີ 2013 - ຂັນ​ດອກ​ກຸຫຼາບ​ຄຳ” ​ແມ່ນ​ລາງວັນ​ເພື່ອ​ແນ່​ໃສ່​ຮັບ​ຮຸ້, ​ເຊີດ​ຊູ​ນັກທຸລະກິດ​ຍິງ ຫວຽດນາມ ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ມີ​ການ​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ພັດທະນາ​ເສດຖະກິດ - ສັງຄົມ.

    ທ່ານ​ນາງ ຫຼີ​ແທງ, ຜູ້ອຳນວຍການ​ບໍລິສັດ​ຈຳ​ກັດ ກິມ​ແທງ (ບໍລິສັດ​ສົ່ງ​ອອກ​ເຂົ້າສານ), ​ແຂວງ ອານ​ຢາງ, ​ເຊິ່ງ​ແມ່ນ 1 ​ໃນ ບັນດາ​ຜູ້​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ​​ໃຫ້​ຮູ້​ວ່າ:

    “ພວກຂ້າພະເຈົ້າພັດທະນາບັນດາຜະລິດຕະພັນມີຄຸນນະພາບດີ, ໄດ້ຮັບການ ເລືອກເຟັ້ນຈາກຜູ້ອຸປະໂພກ, ບໍລິໂພກ ​ເພື່ອ​ຈຳໜ່າຍ​ຢູ່​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບໍລິສັດພວກຂ້າພະເຈົ້າ ພວມເປີດກ້ວາງ ການຜະລິດ ດຳເນີນທຸລະກິດ ແລະ ລົງທຶນປະກອບວັດຖຸອຸປະກອນເຕັກໂນໂລຢີສູງ ເພື່ອຍົກສູງປະລິມານການຜະລິດ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອ ໄດ້ຮັບລາງວັນນີ້.”

    ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ວ່າ: ບັນດາ​ນັກ​ທຸລະ​ກິດ​ໄດ້​ຮັບ​ການ​ເຊີ​ດຊູ​ໃນ​ຄັ້ງ​ນີ້​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ທັກ​ສະ​ໃນ​ການ​ບໍລິຫານ​ເປັນ​ຢ່າງ​ດີ, ສ້າງ​ບັນດາ​ບາດກ້າວ​ໃໝ່​ມີ​ລັກສະນະ​ບຸກທະລຸ, ປະດິດ​ສ້າງ​ເພື່ອ​​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຜ່ານ​ນັ້ນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງກັບ​ພື້ນຖານ​ເສດຖະກິດ​ໂລກ​ຂອງ​ພື້ນຖານ​ເສດຖະກິດຫວຽດນາມ.

 

ຂ່າວ/ບົດ​ອື່ນ