ເຊີດຊູ 45 ກິດຈະກຳດີເດັນທີ່ສຸດທີ່ພິທີມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ 2021

(VOVWORLD) -ຈາກ 110 ກິດຈະກຳທີ່ສົ່ງມາປະກວດ, ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນໃຫ້ແກ່ 45 ກິດຈະກຳ
ເຊີດຊູ 45 ກິດຈະກຳດີເດັນທີ່ສຸດທີ່ພິທີມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ 2021 - ảnh 1(ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນໃຫ້ແກ່ 45 ກິດຈະກຳ)

        ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍການປະດິດຄິດສ້າງເຕັກນິກ ຫວຽດນາມ (VIFOTEC) ປະກາດການມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2021.

        ຈາກ 110 ກິດຈະກຳທີ່ສົ່ງມາປະກວດ, ຄະນະຈັດຕັ້ງໄດ້ຕົກລົງມອບລາງວັນໃຫ້ແກ່ 45 ກິດຈະກຳ, ໃນນັ້ນ, ຫຼາຍກິດຈະກຳໄດ້ ແລະ ພວມນຳໃຊ້ໃນການຜະລິດ, ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ, ສັງຄົມສູງ, ປະກອບສ່ວນຊຸກຍູ້ການຜະລິດຂອງບັນດາວິສາຫະກິດ, ຍົກສູງສະມັດຕະພາບ, ຄຸນນະພາບ, ຫຼຸດຜ່ອນລາຄາຜະລິດຕະພັນ, ແທນໃຫ້ການນຳເຂົ້າ ແລະ ສ້າງຕະຫຼາດເຕັກໂນໂລຊີຮັບໃຊ້ຊີວິດສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານປະລິນຍາເອກ ເລຊວັນຖາວ, ຮອງປະມານຜູ້ປະຈຳການກອງທຶນໜູນຊ່ວຍການປະດິດຄິດສ້າງເຕັກນິກ ຫວຽດນາມ (VIFOTEC), ຕີລາຄາວ່າ:

        “ປີນີ້ແມ່ນເທື່ອທີ 27 ລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄດ້ຈັດຂຶ້ນ. ມີຫຼາຍກິດຈະກຳໄດ້ນຳເອົາປະສິດທິຜົນຢ່າງໃຫຍ່ຫຼວງມາໃຫ້ການຜະລິດ ແລະ ການດຳລົງຊີວິດ ກໍຄືການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໂດຍເລີ່ມມາຈາກລະບຽບການໃຫ້ຄະແນນຂອງກອງທຶນ VIFOTEC ທີ່້ບຸລິມະສິດບັນດາກິດຈະກຳໄດ້ນຳໃຊ້ເຂົ້າໃນການຜະລິດ ແລະ ການດຳລົງຊີວິດ. ຍ້ອນເຫດນັ້ນ, ບັນດາສະພາໃຫ້ຄະແນນຈຶ່ງມີຄວາມສົນໃຈເຖິງລັກສະນະການນຳໃຊ້”.

        ພິທີມອບລາງວັນດັ່ງກ່າວຈະຈັດຂຶ້ນໃນຕອນຄ່ຳວັນທີ 27 ຕຸລາ, ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ