ເຊີດຊູຊາວກະສິກອນຫວຽດນາມດີເດັ່ນປີ 2018

(VOVWORLD) -ຕອນຄ່ຳວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ໄດ້ຈັດຕັ້ງພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018”.

ເຊີດຊູຊາວກະສິກອນຫວຽດນາມດີເດັ່ນປີ 2018 - ảnh 1 (ພິທີເຊີດຊູຊາວກະສິກອນຫວຽດນາມດີເດັ່ນປີ 2018)

ນີ້ແມ່ນປີທີ 6 ຢ່າງລຽນຕິດທີ່ລາຍການໄດ້ຮັບການຈັດຕັ້ງ. ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາການນຳພັກ, ລັດ ໄດ້ມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018” ໃຫ້ຊາວກະສິກອນດີເດັ່ນ 63 ຄົນ.

        ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານປະທານສູນກາງຊາວກະສິກອນຫວຽດນາມ ທ່າວຊວນສູ່ງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຊາວກະສິກອນດີເດັ່ນ 2018 ຜູ້ແທນ 63. ໃນຈຳນວນ 63 ຄົນທີ່ໄດ້ເຊີດຊູນັ້ນ, ມີຊາວກະສິກອນ 54 ຄົນໄດ້ຜະລິດກະສິກຳ, ປຸງແຕ່ງ, ເຮັດທຸລະກິດບໍລິການໂດຍກົງ. ທ່ານ ທ່າວຊວນສູ່ງ ສະແດງຄວາມເຊື່ອໝັ້ນວ່າ, ແບບຢ່າງຊາວກະສິກອນແຕ່ລະຄົນທີ່ໄດ້ຮັບການເຊີດຊູ ຈະສືບຕໍ່ແຜ່ຂະຫຍາຍເຖິງສະມາຊິກ, ຊາວກະສິກອນໃນທົ່ວປະເທດ; ຈາກນັ້ນຊຸກຍູ້ຂະບວນການແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອສ້າງຄວາມຮັ່ງມີ ແລະ ນຳຂະບວນການແຂ່ງຂັນກໍ່ສ້າງຊົນນະບົດໃໝ່ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ມີປະສິດທິຜົນ.

        ກ່ອນໜ້ານັ້ນ, ທ່ານນາງ ດັ້ງທິງອັກທິ້ງ, ຜູ້ຮັກສາການປະທານປະເທດ ກໍ່ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບ “ຊາວກະສິກອນຫວຽດນາມ ດີເດັ່ນປີ 2018” ຈຳນວນ 63 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ