ເຊີດຊູບັນດາວິສາຫະກິດມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2018

(VOVWORLD) -ຕອນຄ່ຳວັນທີ 20 ທັນວາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ສະພາເຄື່ອງໝາຍການຄ້າແຫ່ງຊາດ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຈັດຕັ້ງພິທີປະກາດບັນດາວິສາຫະກິດທີ່ບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2018.

ເຊີດຊູບັນດາວິສາຫະກິດມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2018 - ảnh 1ພິທີເຊີດຊູບັນດາວິສາຫະກິດມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2018

(ພາບ: VGP)

ເຂົ້າຮ່ວມພິທີມີທ່ານ ຈິ້ງດິ່ງຢຸງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ເຈິ່ນຕວນແອງ, ປະທານສະພາເຄື່ອງໝາຍການຄ້າ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ; ທ່ານ ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາອົງການສົ່ງເສີມການຄ້າ… ທີ່ການຄັດເລືອກຄັ້ງທີ 6 ນີ້ໄດ້ມີ 97 ວິສາຫະກິດໄດ້ຮັບການເຊີດຊູ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸດ, ເນັ້ນໜັກວ່າ.

        “ຂ້າພະເຈົ້າສະເໜີ ແລະ ປາດຖະໜາວ່າ ບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຈະສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າຂອງລາຍການນັ້ນແມ່ນ: ຄຸນນະພາບ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ກຳລັງຄວາມສາມາດນຳໜ້າ, ສົມກັບເຄື່ອງໝາຍການຄ້າທີ່ໄດ້ຮັບ, ພ້ອມທັງໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກສຳລັບຜະລິດຕະພັນ, ການບໍລິການທີ່ໃສ່ຊື່ເຄື່ອງໝາຍການຄ້າຫວຽດນາມ.”

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນເຖິງບັນດາວິສາຫະກິດ ແລະ ຍ້ອງຍໍບັນດາວິສາຫະກິດທີ່ບັນລຸເຄື່ອງໝາຍການຄ້າແຫ່ງຊາດ, ເປັນກຳລັງນຳໜ້າໃນການຜະລິດ, ດຳເນີນທຸລະກິດ ແລະ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ