ເຊີດຊູຜະລິດຕະພັນ, ການບໍລິການຫວຽດ ນາມໄດ້ຮັບຄວາມນິຍົມ
(ພາບ: VGP/Lê Sơn )
(vovworld) –ຕອນເຊົ້າວັນທີ 23/8, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງຖະແຫຼງ ຂ່າວ ແລະ ສື່ສານ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ຈັດພິທີເຊີດຊູຜະລິດຕະພັນ, ການບໍລິການຫວຽດນາມ ໄດ້ຮັບຄວາມນິຍົມຄັ້ງທີ 2 ປີ 2014.
ກ່າວຄຳເຫັນະພິທີ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ: ບັ້ນຂົນຂວາຍຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາຂັ້ນ, ຂະແໜງການ ແລະ ປຊຊ ເປັນຈຳນວນຫຼວງຫຼາຍ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ. ບັ້ນຂົນຂວາຍຕ້ອງໄດ້ດຳເນີນໄປເປັນປະຈຳ, ຕໍ່ເນື່ອງ, ຍາວນານດ້ວຍບັນດາຮູບແບບທີ່ເໝາະສົມເພື່ອແນໃສ່ກຳນົດທິດ, ໂຄສະນາການຊົມໃຊ້ສິນຄ້າຫວຽດນາມ ຢ່າງເລິກເຊິ່ງກ້ວາງຊວາງ, ສ້າງການພັດທະນາໝັ້ນຄົງໃຫ້ແກ່ວິສາຫະກິດຫວຽດນາມ ແລະ ພື້ນຖານເສດຖະກິດຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີບັນດາອົງການ, ຫົວໜ່ວຍ, ສວ່ນບຸກຄົນຕ້ອງກ່າວຜູກໂທດສິນຄ້າເຖື່ອນ, ສິນຄ້າປອມ, ການດຳເນີນທຸລະກິດຜິດກົດໝາຍ ແລະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ. ສືບຕໍ່ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາເສີມຂະຫຍາຍນ້ຳໃຈຮັກຊາດ, ຈິດໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ ເພື່ອມີສະຕິຄວາມຮັບຮູ້ຊົມໃຊ້ຜະລິດຕະພັນ, ການບໍລິການຫວຽດນາມ ທີ່ມີຄຸນນະພາບສູງ“./.