ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ

(VOVWORLD) - ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023.
ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ - ảnh 1

 ບັນດາບຸກຄົນໄດ້ຮັບການຍ້ອງຍໍຊົມເຊີຍປີ 2023

 
 

ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງທີີ່ກ້າວໜ້າ, ວຽກດີຄົນເດັ່ນ; ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນປີ 2023 ແລະ ປຸກລະດົມການແຂ່ງຂັນມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024).

ທີ່ເຫດການ, ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023. ພ້ອມນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບນາມມະຍົດ “ວຽກດີຄົນເດັ່ນ” ໃຫ້ແກ່ກ່ວາ 800 ແບບຢ່າງດີເດັ່ນຂອງນະຄອນຫຼວງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

“ບັນດາບຸກຄົນບັນລຸໄດ້ນາມມະຍົດ “ວຽກດີ, ຄົນເດັ່ນ”, “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023 ທີ່ໄດ້ຮັບການຍ້ອງຍໍຊົມເຊີຍທີ່ກອງປະຊຸມນີ້ີ້ແມ່ນບັນດາດອກໄມ້ທີ່ສວຍງາມ, ໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກທຸກຄົນ. ຂ້າພະເຈົົ້າເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາບຸກຄົນທີ່ຍາດໄດ້ນາມມະຍົດນີ້ ຈະນັບມື້ນັບພັດທະນາ, ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງ, ປະກອບສ່ວນລະດົມກຳລັງໃຈ, ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຮ່າໂນ້ຍ ບືນຕົວຂຶ້ນຢ່າງແຮງເພື່ອສ້າງຫຼາຍຜົນງານດີເດັ່ນ, ສ້າງເປັນສວນດອກໄມ້ “ວຽກດີ, ຄົນເດັ່ນ” ຂອງນະຄອນຫຼວງ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ - ảnh 2ນັກກິລາບານເຕະຍິງ ຟ້າມຫາຍອ໋ຽນ

        ບັນດາແບບຢ່າງທີ່ໄດ້ຮັບການເຊີດຊູແມ່ນບຸກຄົນທີ່ມີວິວັດການອຸທິດສ່ວນທີ່ໝັ້ນຄົງຍາວນານ, ໄດ້ຮັບການຢັ້ງຢືນດ້ວຍບັນດາຜົນງານພົ້ນເດັ່ນ, ປະກອບສ່ວນສ້າງນະຄອນຫຼວງຢ່າງຮອບດ້ານ. ພົ້ນເດັ່ນແມ່ນນັກກິລາເຕະບານຍິງ ຟ້າມຫາຍອ໋ຽນ, ຜູ້ມີການປະກອບສ່ວນດີເດັ່ນໃຫ້ແກ່ທິມບານເຕະຍິງ ຮ່າໂນ້ຍ ແລະ ທິມບານເຕະຍິງແຫ່ງຊາດ ຫວຽດນາມ. ນັກກິລາບານເຕະຍິງ ຟ້າມຫາຍອ໋ຽນ ເປີດເຜີຍວ່າ:

        ເມື່ອໄດ້ຮັບການຍ້ອງຍໍເປັນພົນລະເມືອງນະຄອນຫຼວງທີ່ດີເດັ່ນ, ຂ້າພະເຈົ້າຮູ້ສຶກເປັນກຽດ, ເອກອ້າງທະນົງໃຈຍ້ອນພາຍຫຼັງການອຸທິດສ່ວນຂອງຕົນໃຫ້ແກ່ກິລາ ຮ່າໂນ້ຍ ກໍ່ໄດ້ຮັບການຢັ້ງຢືນ ແລະ ມີຜົນງານທີ່ເໝາະສົມ. ຂ້າພະເຈົ້າຄິດວ່າ ໃນອະນາຄົດຕ້ອງເປັນແບບຢ່າງກວ່າໃນການຝຶກແອບກໍ່ຄືການແຂ່ງຂັນ, ສ້າງກຳລັງໜູນໃຫ້ແກ່ພວກນ້ອງໄວໜຸ່ມ ເພື່ອຮ່ຳຮຽນປະຕິບັດຕາມ ເພື່ອໃຫ້ຂະແໜງກິລາ ຮ່າໂນ້ຍ ນັບມື້ນັບພັດທະນາກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ