ເຊີດຊູມໍລະດົກວັດທະນະທຳຫຼາຍສີສັນຂອງບັນດາຊົນເຜົ່າອ້າຍນ້ອງດຳລົງຊີວິດໃນສາຍພູຫຼວງ

(VOVWORLD) - ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ມີເນື້ອໃນຕ່າງໆຄື: ສິລະປະມະຫາຊົນ, ສະແດງແຟຊັນ, ສະແດງອາຊີບຫັດຖະກຳ...
ເຊີດຊູມໍລະດົກວັດທະນະທຳຫຼາຍສີສັນຂອງບັນດາຊົນເຜົ່າອ້າຍນ້ອງດຳລົງຊີວິດໃນສາຍພູຫຼວງ - ảnh 1   ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູພຽງແຂວງ ກວາງນາມ ຄັ້ງທີ 19 ປີ 2018 ແມ່ນເຫດການວັດທະນະທຳ, ກິລາທີ່ດີເດັ່ນຢູ່ເຂດພູດອຍ

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ເມືອງນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ຈັດຕັ້ງພິທີໄຂ ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍຄັ້ງທີ 19 ປີ 2018 ດ້ວຍການເຂົ້າຮ່ວມຂອງນັກກິລາເຊິ່ງເປັນພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍກ່ວາ 2.000 ຄົນທີ່ມາຈາກບັນດາເມືອງເຂດພູດອຍໃນບໍລິເວນແຂວງ. ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ມີເນື້ອໃນຕ່າງໆຄື: ສິລະປະມະຫາຊົນ, ສະແດງແຟຊັນ, ສະແດງອາຊີບຫັດຖະກຳ, ບັນດາເຄື່ອງດົນຕີ… ນອກຈາກຍັງມີການແຂ່ງຂັນກິລາປະເພດຕ່າງໆຄື: ບານເຕະ, ບານສົ່ງ, ດຶງເຊືອກ, ຍູ້ໄມ້…

        ງານບຸນວັດທະນະທຳ, ກິລາບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 19 ປີ 2018 ແມ່ນເຫດການວັດທະນະທຳ, ກິລາທີ່ດີເດັ່ນຢູ່ເຂດພູດອຍ, ແມ່ນໂອກາດເພື່ອເຕົ້າໂຮມ, ພົວພັນແລກປ່ຽນບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ປະກອບສ່ວນໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາທ້ອງຖິ່ນເຂດພູດອຍເຖິງແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ