ເຊີດຊູແລະມອບນາມມະຍົດຊາວກະສິກອນດີເດັ່ນປີ2014ໃຫ້63ຄົນ

ເຊີດຊູແລະມອບນາມມະຍົດຊາວກະສິກອນດີເດັ່ນປີ2014ໃຫ້63ຄົນ - ảnh 1
ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຫງວຽນ​ກວກ​ເກື່ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: vov.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນ​າ​ຊົນ​ນະ​ບົດ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ໂທ​ລະ​ພາບ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ເຊີດ​ຊູ ແລະ ມອບ​ນາມ​ມະ​ຍົດ​ຊາວ​ກະ​ສິ​ກອນ ຫວ​ຽດ​ນາມ ຜູ້​ດີ​ເດັ່ນ​ປີ 2014 ໃຫ້ 63 ຄົນ ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອ​ບ​ສ່ວນເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ກະ​ສິ​ກຳ  - ຊາວ​ກະ​ສິ​ກ​ອນ - ຊົນ​ນະ​ບົດ.

        ເປັນ​ກຽດ​ທີ່​ໄດ້​ມາ​ນະ​ຄອນຫຼ​ວງ ຮ່າ​ໂນ້ຍ ຮັບ​ລາງວັນ​ຊາວ​ກະ​ສິ​ກອນ​ດີ​ເດັ່ນ​ປີ 2014 ດ້ວຍ​ຜົນ​ງານ​ປູກ​ປ່າ, ຊ່ວຍ​ເຫຼືອ​ຊາວ​ກະ​ສິ​ກອນ​ຄົນ​ອື່ນ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ, ຊາວ​ກະ​ສິ​ກອນ ເລ​ດິ່ງ​ຮ​ວານ, ຢູ່​ຕາ​ແສງ ເຮື໋ອງ​ເລີບ, ເມືອງ ເຮື໋ອງ​ຮ່ວາ, ແຂວງ ກວາງ​ຈີ້, ແບ່ງ​ປັນ​ວ່າ​:

        “”ກ່ອນນີ້ 15 ປີ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ໄຕ​ງວຽນ ນຳ​ບັນ​ດາ​ແນວ​ພັນ​ປູກ​ມາ​ຄົ້ນ​ຄ້​ວາ, ປູກ​ຢູ່​ທ້ອງ​ຖີ່ນ ພັດ​ທະ​ນາ​ເສດ​ຖະ​ກິດ, ​ປູກ​ຕົ້ນ​ໄມ້​ຢູ່​ດິນ​ເປົາ​ຫວ່າງ, ພູ​ຫົວ​ລົ້ນ.  ມື້ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ຕາງ​ໜ້າ​ໃຫ້​ບັນ​ດາ​ຊາວ​ກະ​ສິ​ກອນ​ແຂວງ ກວາງ​ຈີ້ ຢູ່​ເຂດ​ຫ່າງ​ໄກ​ທີ່​ສຸດ​ຂອງ​ແຂວງ ໄດ້​​ມາ​ນະ​ຄອນຫຼວງ​ເພື່ອ​ຮັບ​ລາງວັນ​ນີ້”

        ທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຫງວຽນ​ກວກ​ເກື່ອງ ໄດ້​ມອບ​ໃບ​ຍ້ອງ​ຍໍ ແລະ ຫຼຽນ​ທີ​ລະ​ນຶກ​ໃຫ້​ຊາວ​ກະ​ສິ​ກອນ​ດີ​ເດັ່ນ​ປີ 2014 ໃຫ້ 63 ຄົນ.


ຂ່າວ/ບົດ​ອື່ນ