ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງ ຈີເລ

ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງ ຈີເລ - ảnh 1

ສະພາບ​ການ​ພິທີ​ເຊັນ

(ພາບ:nguyensinhhung.net)

( vovworld ) –​ຕອນ​ບ່າຍ​ວັນ​ທີ 1/3, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດຢູ່​ຮ່າ​ໂນ້ຍ, ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ສູງ ຈີ​ເລ  Guido Girardin Lavin ​ໄດ້​​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ສະພາ​ສູງສາທາລະນະ​ລັດ ຈີ​ເລ  . ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານປະທານ​ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ສ້າງ​​ເປັນ​ກອບ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ສະພາ​ສູງ ຈີ​ເລ, ນຳ​ສາຍ​ພົວພັນ​ນີ້​ເຂົ້າສູ່​ລວງ​ເລິກ ​ແລະ​ ​ແທດ​ຈິງ​ກ່ວາ, ຜ່ານ​ນັ້ນ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ຈີ​ເລ. ທ່ານະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອໝັ້ນວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ດີງາມ​ຊື່​ງສອງ​ຝ່າຍ​ໄດ້​ສະຫງວນ​ໃຫ້​ແກ່​ກັນນັ້ນ, ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ສະພາ​ສູງ ຈີ​ເລ ຈະ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ໄລ​ຍະທີ່​ຈະ​ມາ​ເຖິງ.

   ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ, ສອງ​ຝ່າຍ​ໃຫ້​ຄຳໝັນສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ບົນ​ຫຼັກການ​ເຄົາລົບ​ນັບຖື​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ, ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ແຕ່ລະ​ຊາດ. ສອງ​ຝ່າຍ​ກໍ​ສົ່ງ​ເສີມ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ໄປມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ​ແລະ ​ບັນດາ​ຄະນະ​ຜູ້​ແທນ​ໄປມາ​ຢ້ຽມຢາມ-​ເຮັດ​ວຽກ ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ, ຄອມ​ຟີ​ວ​ເຕີ ​ແລະ​ບັນດາ​ຂົງ​ເຂດ​ອື່ນໆ ຊື່​ງສອງ​ຝ່າຍ​​ມີ​ຄວາມ​ສົນ​ໃຈ.
ຂ່າວ/ບົດ​ອື່ນ