ເຊັນຂໍ້ຕົກລົງຮ່ວມມືໂຄສະນາກ່ຽວກັບເຂດທະເລໝູ່ເກາະຊາຍແດນ

ເຊັນຂໍ້ຕົກລົງຮ່ວມມືໂຄສະນາກ່ຽວກັບເຂດທະເລໝູ່ເກາະຊາຍແດນ - ảnh 1
ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໂຄສະນາ​ກ່ຽວ​ກັບ​ເຂດ​ທະ​ເລໝູ່​ເກາະ​ຊາຍ​ແດນລະຫວ່າງສະມາຄົມ​ນັກ​ຂ່າວ​ນະຄອນ​ຮ່າ​ໂນ້ຍ ​ແລະ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາຍແດນ (ພາບ : baomoi.com)

Vovworld- ຕອນ​ບ່າຍ​ວັນ​ທີ 11/7, ສະມາຄົມ​ນັກ​ຂ່າວ​ນະຄອນ​ຮ່າ​ໂນ້ຍ ​ແລະ ກົມ​ວຽກ​ງານ​ການ​ເມືອງ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາຍ​ແດນ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໂຄສະນາ​ກ່ຽວ​ກັບ​ເຂດ​ທະ​ເລໝູ່​ເກາະ​ຊາຍ​ແດນ, ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ທ່ານ​ພັນ​ເອກ ຫງວຽນ​ຕ້ຽນທັ້ງ ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ຢືນຢັນ​ວ່າ ນີ້​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ຕອບ​ສະໜອງ​ທ່າ​ອຽງ​ເຊື່ອມ​ໂຍງ ​ແລະ ພັດທະນາ,​ ພິ​ເສດ​ແມ່ນ ບັນຫາ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ຄວາມ​ສະຫງົບ​ແຫ່ງ​ຊາດ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ. ຜູ້ຕາງໜ້າ​ສະມາຄົມ​ນັກ​ຂ່າວ​ນະຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ ທາງສະມາຄົມ​ຈະ​ກຳນົດທິດ​ໃຫ້​ແກ່​ບັນດາ​ໜັງສືພິມ ກໍ​ຄື​ວິທະຍຸ​ໂທລະພາບ ຮ່າ​ໂນ້ຍ ​ເພື່ອ​ເລັ່ງ​ໃສ່​ສ່ອງ​ແສງ​ວຽກ​ງານ​ທຸກ​ດ້ານ​ຂອງ ທະຫານ​ປ້ອງ​ກັນຊາຍ​ແດນ​ໃນ​ການ​ຮັບປະກັນ​ວຽກ​ງານ​ຄຸ້ມ​ຄອງ, ​ປັກ​ຮັກສາ​ອະທິປະ​ໄຕ ຄວາມ​ສະຫງົບ​ແຫ່ງ​ຊາດຢູ່​ເຂດ​ຊາຍ​ແດນ; ​ເປັນ​ເຈົ້າ​ການ ​ແລະ ​ເປັນ​ເສ​ນາ​ທິການ​ຢ່າງມີ​ໄຫວ​ພິບ, ນຳ​ສະ​ເໜີ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ຊາຍ​​ແດນ, ສ້າງທ່າຮົບ ​ແລະ ບັນດາ​ວິທີ​ການ​ສູ້​ຮົບ, ຕໍ່​ສູ້​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ມ້າງເພ​ທຳລາຍຂອງ​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ ​ແລະ ບັນດາ​ອາດຊະຍາ​ກຳ​ຄ້າ​ເຖື່ອນ, ສໍ້​ກົງ​ການ​ຄ້າ.

ຂ່າວ/ບົດ​ອື່ນ