ເຊື້ອພະຍາດເມີສ:ສເກົາຫຼີຮັບຮູ້ມີກໍລະນີຕິດເຊື້ອຕື່ມອີກ3ຄົນ

ເຊື້ອພະຍາດເມີສ:ສເກົາຫຼີຮັບຮູ້ມີກໍລະນີຕິດເຊື້ອຕື່ມອີກ3ຄົນ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 21/6, ສ​ເກົາຫຼີ​ຮັບ​ຮູ້​ມີ​ກໍລະນີ​ຕິດ​ເຊື້ອ ​ເມີ​ສ​ (MERS) ຕື່ມ​ອີກ 3​ ຄົນ, ຍົກ​ຈຳນວນ​ຜູ້​ຕິດ​ ​ເມີ​ສ ຢູ່​ປະ​ເທດ​ນີ້​ຂື້ນ 169 ຄົນ, ​ແຕ່​ບໍ່​ມີ​ຜູ້​ເສຍ​ຊີວິດ​ຕື່ມ​ອີກ. ປະຈຸ​ບັນ​ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ເຊື້ອ​ພະຍາດ ​ເມີ​ສ ຢູ່ ສ​ເກົາຫຼີ ​ແມ່ນ 25 ຄົນ.

ປະຈຸ​ບັນ​ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ ​ເມີ​ສ ຢູ່ ສ​ເກົາຫຼີ ​ພວມ​ມີ​ທ່າ​ອ່ຽງຫຼຸດ​ລົງ ​ແລະ ລັດຖະບານ ສ​ເກົາຫຼີ ພວມ​ສຸມ​ໃສ່​ທຸກ​ກຳລັງ ກໍ່​ຄື​ປະຕິບັດ​ທຸກ​ມາດ​ຕະການ​ເພື່ອ​ຢຸດຕິ​ເຊື້ອ​ພະຍາດ​ອັນຕະລາຍ. ​ໃນ​ຂະນະ​ນັ້ນ​ວັນ​ທີ 20/6, ກະຊວງ​ສາທາລະນະ​ສຸກ​ໄທ ​ໃຫ້​ຮູ້​ວ່າ , ປະ​ເທດ​ນີ້​ມີ 175 ຄົນ​ມີ​ໄພ​ຕິດ​ເຊື້ອ​ພະຍາດ ​ເມີ​ສ, ທາງ​ກະຊວງ​ສາທາລະນະ​ສຸກ​ໄດ້​ແນະນຳ​ໃຫ້​ຜູ້​ມີ​ໄພຕິດ​ເຊື້ອ​ພະຍາດ​ນີ້​ທຸກ​ຄົນ​ແຍກ​ອອກ​ຈາກ​ເຂດ​ສາທາລະນະ ​ແລະ ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ແພດ​ຕິດຕາມ​ອາການ​ສຸຂະພາບ.


ຂ່າວ/ບົດ​ອື່ນ