ເຊື່ອມຕໍ່ທາງລົດໄຟກັບການຂຸດຄົ້ນປີທ່ອງທ່ຽວແຫ່ງຊາດປີ2017ລາວກາຍ-ຕາເວັນຕົກສ່ຽງເໜືອ

ເຊື່ອມຕໍ່ທາງລົດໄຟກັບການຂຸດຄົ້ນປີທ່ອງທ່ຽວແຫ່ງຊາດປີ2017ລາວກາຍ-ຕາເວັນຕົກສ່ຽງເໜືອ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ເຊື່ອມ​ຕໍ່​ທາງລົດ​ໄຟ​ກັບ​ການ​ຂຸດ​ຄົ້ນ​ຜະລິດ​ຕະພັນ​ປີ​
ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ລາວ​ກາຍ - ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜື​ອ

(ພາບ: TTXVN)

(vovworld) – ວັນ​ທີ 04/12, ຢູ່​ນະຄອນ ລາວ​ກາຍ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ, ສະຫະ​ສະມາຄົມ​ທ່ອງ​ທ່ຽວ​ແຂວງ ລາວ​ກາຍ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ, ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງ​ທາງ​ລົດ​​ໄຟ​ ຮ່າ​ໂນ້ຍ ຈັດ​ຕັ້ງ “ກອງ​ປະຊຸມ​ສຳ​ມະ​ນາ​ເຊື່ອມ​ຕໍ່​ທາງລົດ​ໄຟ​ກັບ​ການ​ຂຸດ​ຄົ້ນ​ຜະລິດ​ຕະພັນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ລາວ​ກາຍ - ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜື​ອ”. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​​​ໃສ່​ທ້ອນ​ໂຮມ​ຄຳ​​ເຫັນ​ຂອງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໃນບໍລິ​ເວນ​ທົ່ວ​ປະ​ເທດ ສະ​ເໜີ​ບັນດາ​ມາດ​ຕະການ​ພັດທະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ ລາວ​ກາຍ ຕິດ​ພັນ​ກັບ​ຂະ​ແໜງຂົນ​ສົ່ງ​ທາງ​ລົດ​ໄຟ ບົນ​ຈິດ​ໃຈ​ຮ່ວມກັນ​ເຊື່ອມ​ຕໍ່ ​ແລະ ຂຸດ​ຄົ້ນ 2 ຂົງ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນຢ່າງ​ສຸດຂີດ. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ປະກາດ​ແຜນຜັງ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຊາ​ປາ ​ແລະ ​ແນະນຳ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017. ຕາມ​ນັ້ນ​ແລ​້ວ ລາວ​ກາຍ ​ແລະ ພາກຕາ​ເວັນ​ຕົກ​ສ່ຽງ​ເໜືອ ຈະ​ມີ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ 8 ​ຢ່າງ​ຂອງ​ພາກ​ພື້ນ​ໃນ​ປີ 2017.

        ບໍລິສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງ​ທາງ​ລົດ​ໄຟ ຮ່າ​ໂນ້ຍ - HARACO ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​​ໄຕ​ມາດ 1 ປີ 2017 ຈະ​ຈັດ​ຕັ້ງ​ຂະ​ບວນ​ລົດ​ໄຟດ້ວຍ​ບັນດາ​ຕູ້​ລົດ​ໄຟ​ຢທີ່​ໄດ້​ຮັບ​ການ​ຍົກ​ລະດັບ​ເຄື່ອງຕົບ​ແຕ່ງ​ພາຍ​ໃນ ຮັບ​ປະ​ກັນ​ບັນລຸ​ມາດຕະຖານດ້ານ​ຄຸນ​ນະພາ​ບການຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​​ເພື່ອນຳ​ເຂົ້າ​ຂຸດ​ຄົ້ນ​ໃນ​​ເສັ້ນທາງ​ລົດ​ໄຟ ຮ່າ​ໂນ້ຍ - ລາວ​ກາຍ

 

ຂ່າວ/ບົດ​ອື່ນ