ເຊື້ອ​ໄວ​ຣັດສາຍ​ພັນ BA.2 ຂອງ Omicron ແຜ່​ລາມ​ຢ່າງວ່ອງ​ໄວ​ຢູ່ ອາ​ເມ​ລິ​ກາ

(VOVWORLD) -  ຢູ່ ອາເມລິກາ, ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ໂຄວິດ - 19, ເຊື້ອໄວຣັດ BA.2 ຂອງ Omicron  ພວມແຜ່ລາມຢ່າງວ່ອງໄວ ແລະ ປັດຈຸບັນ ມີຜູ້ຕິດເຊື້ອໄວຣັດສາຍພັນດັ່ງກ່າວປະມານ 35.000 ຄົນ.
ເຊື້ອ​ໄວ​ຣັດສາຍ​ພັນ BA.2 ຂອງ Omicron ແຜ່​ລາມ​ຢ່າງວ່ອງ​ໄວ​ຢູ່ ອາ​ເມ​ລິ​ກາ - ảnh 1ບ່ອນກວດເຊື້ອໄດ້ຜົນໄວຢູ່ ອາເມລິກາ (ພາບ: AFP/TTXVN)

   ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 16 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 461 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.

        ຢູ່ ອາເມລິກາ, ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ໂຄວິດ - 19, ເຊື້ອໄວຣັດ BA.2 ຂອງ Omicron  ພວມແຜ່ລາມຢ່າງວ່ອງໄວ ແລະ ປັດຈຸບັນ ມີຜູ້ຕິດເຊື້ອໄວຣັດສາຍພັນດັ່ງກ່າວປະມານ 35.000 ຄົນ.

        ໃນຂະນະນັ້ນ, ຢູ່ບັນດາປະເທດທະວີບ ອາເມລິກາ ຄື ເປຣູ ແລະ ເອກົວດໍ, ສະພາບການໂລກລະບາດໂຄວິດ - 19 ມີສັນຍານດີຂຶ້ນ, ເອື້ອຍອຳນວຍໃຫ້ແກ່ການຍົກເລີກມາດຕະການຈຳກັດເທື່ອລະກ້າວ.

        ສ່ວນຢູ່ ຈີນ ແລະ ສ.ເກົາຫຼີ, ໂລກລະບາດພວມມີສັນຍານຜັນແປຢ່າງສັບສົນ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງວ່ອງໄວ ເມື່ອທຽບໃສ່ຊຸມວັນກ່ອນໜ້ານີ້. ໃນນັ້ນ, ວັນທີ 15 ມີນາ ແມ່ນມື້ທີ 4 ຢ່າງລຽນຕິດທີ່ ສ.ເກົາຫຼີ ຢັ້ງຢືນຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ການຕົວເລກ 300.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ