ເດັກນ້ອຍປະກອບຄຳເຫັນໃສ່ກົດໝາຍ ປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍ

ເດັກນ້ອຍປະກອບຄຳເຫັນໃສ່ກົດໝາຍ ປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກຳມາ​ທິການ​ວັດທະນະທຳ​ສຶກສາ​ຊາວ​ໜຸ່ມ, ເຍົາວະ​ຊົນ​ ​ແລະ ອະນຸຊົນຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳມະ​ນາ​ປະກາດ​ໝາກຜົນ​ຂອງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບຂອງ​ເດັກນ້ອຍ​​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມເດັກນ້ອຍ. ການ​ສຳ​ຫຼວດ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ເດັກນ້ອຍ​ໄດ້​ປະຕິບັດ​ແຕ່​ວັນ​ທີ 15/7 ຫາວັນ​ທີ 15/9/2012. ມີ​ເດັກ​ນ້ອຍ​ກ່ວາ 34.000 ຄົນໃນ​ເກັ່ນ​ອາຍຸ​ແຕ່ 11 – 18 ປີ​ເຂົ້າ​ຮ່ວມ​ການ​ຕອບ​ຄຳ​ຖາມ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ເດັກນ້ອຍ​ເພື່ອ​ປັບປຸງກົດ​ໝາຍວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາອົບຮົມ​ເດັກນ້ອຍປີ 2004 ຢ່າງຮອບດ້ານ ​ໃຫ້​ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນ ​ແລະ ສະພາບ​ການ​ຕົວ​ຈິງ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ໄດ້ຮັບ​ການ​ລວບ​ລວມຈາກ​ກະຊວງແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ເພື່ອ ຍື່ນ​ສະ​ເໜີ​ຕໍ່​ຄະນະປັບປຸງ​ກົດ​ໝາຍ ​ເພື່ອ​ເພີ່​ມ​ເຕີມ ​ແລະ ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​​ໃນ​ທ້າຍ​ປີ 2015.  ທ່ານ ດວານ​ເມົ້າ​ຢ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

“​ເດັກນ້ອຍ​ຍັງ​ບໍ່​ທັນ​ມີ​ອົງການ​ຕາງໜ້າ​ຂອງ​ຕົນ, ດັ່ງ​ນັ້ນ, ການ​ປະກອບ​ຄຳ​ເຫັນ​ນີ້​ແມ່ນ​ເພື່ອ​ເສີມ​ຂະ​ຫຍາ​ຍ ​ແລະ ຊຸກ​ຍູ້ການ​ປະຕິບັດ​ສິດທິເດັກນ້ອຍ​ເປັນ​ຢ່າງ​ດີ​ທີ່​ສຸດ, ພິ​ເສດ​ແມ່ນ​ສິດ​ປະກອບ​ຄຳ​ເຫັນ​ຂອງ​ຕົນ. ການ​ປະກອບ​ຄຳ​ເຫັນ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ເດັກ​ນ້ອຍ​ມີສຽງ​ເວົ້າ​ຂອງ​ຕົນ ​ແລະ ​ໄດ້​ເຂົ້າຮ່ວມ​ໂດຍ​ກົງ, ​​ເພື່ອ​ສະ​ແດງ​ຄວາມ​ຫວັງ​ຂອງ​ຕົນ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ນະ​ໂຍບາຍ, ກົດໝາຍ”

ຂ່າວ/ບົດ​ອື່ນ