ເດັດດ່ຽວບໍ່ປະໃຫ້ສະພາບຜົນປະໂຫຍດກຸ່ມຄອບງຳນະໂຍບາຍ

ເດັດດ່ຽວບໍ່ປະໃຫ້ສະພາບຜົນປະໂຫຍດກຸ່ມຄອບງຳນະໂຍບາຍ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄຳ​ເຫັນທີ່ກອງ​ປ​ະ​ຊຸມ)

(vovworld) - ​​ເດັ​ດ​ດ່ຽ​ວ​ບໍ່​ປະ​ໃຫ້​ສະ​ພາບ​ຜົນ​ປະ​ໂຫຍດ​ກຸ່ມ​ຄອບ​ງຳ​ນະ​ໂຍ​ບາຍ, ນັ້ນ​ແມ່​ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ທີ່ກອງ​ປ​ະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ ໃນ​ຕອນ​ເຊົ້າ​ວັນ​ທີ 23/06. ເນື້ອ​ໃນ​ກອງ​ປະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ເອ​ກະ​ສານ​ກຳ​ນົດ​ລະ​ອຽດ​ການ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 01/07/2016, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົ​ດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ. ທີ່ກອງ​ປະ​ຊຸມ, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເນັ້ນ​ໜັກ​ວ່າ, ເພື່ອ​ສ້າງ​ລັດ​ຖະ​ບານ​ວຽກ​ງານການ​ສ​້າງ​ລະ​ບອບ​​ແມ່ນ​ມີຄວາມ​ສຳ​ຄັນ​ທີ່​ສຸດ, ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊ​າ​ຊົນ, ວິ​ສາ​ຫະ​ກິດ, ​ປົດ​ປ່ອຍ​ກຳ​ລັງ​ການ​ຜ​ະ​ລິດ, ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ.

        “ບົນ​ຈິດ​ໃຈ​ສ້າງ​ເງື່ອນ​ໄຂ​​ສະ​ດວກໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ​ແມ່ນ​ເດັດ​ດ່ຽວ​ຕ້ອງລົບ​ລ້າງ​ຜົນ​ປະ​ໂຫຍດ​ກຸ່ມບໍ່​ໃຫ້ຄອບ​ງຳ​ນະ​ໂຍ​ບາຍ. ແຕ່​ຍັງ​ມີ​ວຽກ​ງານ​ສຳ​ຄັນ​​ໜຶ່ງ​ອີກນັ້ນ​ແມ່ນ ​ມີ​ບາງ​ວຽກ​ງານ​​ທີ່ລັດ​ຄຸ້ມ​ຄອງ​ດ້ວຍລະ​ບອບ​ນະ​ໂຍ​ບາຍ ເພື່ອ​​ສ້າງ​​ພື້ນ​ຖານ​ນິ​ຕິ​ກຳ ເພື່ອ​ ພັດ​ທະ​ນາ​ຢ່າງ​ດີ​ງາ​ມ, ບໍ່​ຖືກ​ຊວຍ​ໃຊ້ສິ່ງ​ທີ່​ຍັງ​ຈຳ​ກັດ​ຂອງ​ເສດ​ຖະ​ກິດ​ການ​ຕະ​ຫຼາດ. ນີ້​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ​ໃນ​ການ​ສ້າງ​ກົດ​ໝາຍ, ພິ​ເສດ​ແມ່ນ​ໃນ​ການ​ສ້າງ​ລະ​ບອບ​​ໃໝ່​ ແທນ​ໃຫ້​ຂໍ້​ກຳ​ນົດ​ເກົ່າ. ແຕ່​ບົນ​ຈິດ​ໃຈ​ແມ່ນ​ສ້າງ​ທຸກ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊ​າ​ຊົນ ແລະ ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ”.

        ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມ​າ​ຊິກ​ລັດ​ຖະ​ບານ ​ໄດ້ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕິ​​​ຫຼາຍສະ​ບັບຂອງ​ກະ​ຊວງຕ່າງໆ.

ຂ່າວ/ບົດ​ອື່ນ