ເດືອນ 01: ການສົ່ງອອກ ຂອງຫວຽດນາມ ໄປຍັງອາເມລິກາ ບັນລຸວົງເງິນການຄ້າສູງສຸດ

ເດືອນ 01: ການສົ່ງອອກ ຂອງຫວຽດນາມ ໄປຍັງອາເມລິກາ ບັນລຸວົງເງິນການຄ້າສູງສຸດ - ảnh 1
(ພາບປະກອບ)

(vovworld) – ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະຫຼາດ​ສົ່ງ​ອອກ​ອັນ​ດັງ​ໜຶ່ງ​ຂອງ​ຫວຽດນາມ, ດ້ວຍ​ວົງ​ເງິນ​​ສົ່ງ​ອອກ​ໃນ​ເດືອນ 01/2015 ຄາດ​ວ່າ​ບັນລຸ 2,6 ຕື້ USD, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໄສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014. ຖັດຈາກ​​ນັ້ນ​ແມ່ນ EU ບັນລຸ 2,4 ຕື້ USD, ​ເພີ່ມ​ຂຶ້ນ 10,5%. ກາ​ນສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ອາ​ຊຽນ ບັນລຸ 1,5 ຕື້ USD ​ເພີ່ມ​ຂຶ້ນ 3,7%.

        ກ່ຽວ​ກັບ​ສິນຄ້າ​ສົ່ງ​ອອກ, ຜະລິດ​ຕະພັນ​ທີ່​ບັນລຸ​ວົງ​ເງິນ​ການ​ຄ້າ​ສູງ​ກວ່າ​ໝູ່​​ໃນ​ເດືອນ 01 ແມ່ນ ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ກອມ​ພິວ​ເຕີ ​ແລະ ​ເຄື່ອງອາ​ໄຫຼ່​ເອ​ເລັກ​ໂຕ​ນິກ ​ເພີ່ມ​ຂຶ້ນ 62,2%.

        ກ່ຽວ​ກັບ​ຜະລິດ​ຕະພັນ​ນຳ​ເຂົ້າ, ຈີນ​ຍັງ​ແມ່ນ​ຕະຫຼາດ​ນຳ​ເຂົ້າ​ຫຼາຍກວ່າ​ໝູ່​ຂອງ​ຫວຽດນາມ ຄາດ​ວ່າ​ບັນລຸວົງ​ເງິນ 4,2 ຕື້ USD, ​ເພີ່ມ​ຂຶ້ນ​ແຮງ ດ້ວຍ​ລະດັບ 47,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014.

ຂ່າວ/ບົດ​ອື່ນ