ເທື່ອທຽນ-ເຫ້ວໄຂງານບຸນວັດທະນະທຳກິລາ,ວັດທະນະທຳແລະທ່ອງທ່ຽວປີ2015

ເທື່ອທຽນ-ເຫ້ວໄຂງານບຸນວັດທະນະທຳກິລາ,ວັດທະນະທຳແລະທ່ອງທ່ຽວປີ2015 - ảnh 1
ພິທີ​ໄຂ​ງາ​ນບຸນ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເທື່ອ​ທຽນ - ​ເຫ້ວ ປີ 2015
(ພາບ: nhandan.com.vn)

(vovworld) – ພິທີ​ໄຂ​ງາ​ນບຸນ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເທື່ອ​ທຽນ - ​ເຫ້ວ ປີ 2015 ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 31/1. ​ເປີດ​ສາກ​ພິທີ​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ແດງ​​ຕາມ​ຖະໜົນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 1.000 ຄົນ​ໄປ​ຜ່ານ​ບັນດາ​ຖະໜົນ​ສາຍ​​ໃຫຍ່. ຈາກ​ນັ້ນ​ແມ່ນ​ບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງ, ສະ​ແດງ​ອາພອນ​ສະ​ໄໝ “​ເຫ້ວຜ່ານ​ໄລຍະ​ຕ່າງໆ” ຖືກ​ຈັດ​ຂຶ້ນ​ໃນ​ຄຳ່​ຄືນ​ວັນ​ທີ 31/1 ​ແລະ 1/2. ຄະນະ​ຈັດ​ຕັ້ງ​ຍັງ​ວາດ​ພາບ​​ຮູ​ບພາບເຂດ​ບ້ານ​ນາ​ຫຍໍ​້​ເຂົ້າ​ເພື່ອ​ສ້າງຈຸດທີ່​ພົ້ນ​ເດັ່ນໃຫ້​ລາຍການ. ທ່ານ ຟານ​ຕ໋ຽນຢຸ້ງ, ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເທື່ອ​ທຽນ - ​ເຫ້ວ, ​ໃຫ້​ຮູ້​ວ່າ:

  “ນີ້​ແມ່ນ​ລາຍການ​ໂຄສະນາ​ການທ່ອງທ່ຽວ​ໃຫ້​ແກ່​ແຂວງ ​ເທື່ອ​ທຽນ - ​ເຫ້ວ ດ້ວຍ​ການ​​ແນະນຳ​ບັນດາ​ຮູບ​ການທ່ອງທ່ຽວ, ບັນດາ​ອາຊີບ​​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ​ແລະ ບັນດາ​ລາຍການ​ອາຫານ​ການ​ກິນ, ບາງ​ຮູບ​ການ​ກ່ຽວ​ກັບ​ງານ​ບຸນ​ປະ​ເພ​ນີ. ​ໃນ​ລາຍການ​ຈະ​ມາ​ເຖິງ, ພ້ອມ​ກັບ​ການທ່ອງທ່ຽວ​ມໍລະດົກ​ແລ້ວ, ​ເທື່ອ​ທຽນ - ​ເຫ້ວ ພວມ​ສຸມ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ​ບຶງຕາມ​ຢາງ - ​ເກົາ​ຮາ​ຍ. ຖື​ນີ້​ແມ່ນ​ບຸກທະລຸ​​ໃນ​ການ​ພັດທະນາ​ຂອງ​ທ່ອງ​ທ່ຽວ​ແຂວງ ​ເທື່ອ​ທຽນ - ​ເຫ້ວ.”




ຂ່າວ/ບົດ​ອື່ນ