ເນື້ອໃນກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກປະຈຳປີຄັ້ງທີ6ຈະດຳເນີນໃນວັນທີ12/07

ເນື້ອໃນກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກປະຈຳປີຄັ້ງທີ6ຈະດຳເນີນໃນວັນທີ12/07 - ảnh 1
(ພາບ​ປະ​ກອບ: CSIS)

(vovworld) - ​​ ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ແລະ ສາ​ກົນ (CSIS) ມີ​ສຳ​ນັກ​ງານ​ຕັ້ງ​ຢ​ູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ, ​ປະ​ເທດ​ອາ​ເມ​ລິ​ກາ, ຈະ​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ ປະ​ຈຳ​ປີ​ຄັ້ງ​ທີ 6 ໃນ​ວັນ​ທີ 12/07 ຈະ​ມາ​ເຖິງ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ວົງ​ການ​ນັກ​ຊ່ຽວ​ຊ​ານ, ນັກ​ຮຽນ​ຮູ້​ຂອງ​ອາ​ເມ​ລິ​ກາ ກ​ໍ​ຄື​ປະ​ເທດ​ຕ່າງໆ​ແລກ​ປ່ຽນ​ກ່​ຽວ​ກັບ​ບັນ​ດາ​ການ​ຜັນ​ແປລ້າ​ສຸດ ແລະ ໄຈ້​ແຍກ​ບັນ​ດາ​ການ​ຄັດ​ເລືອກ​​ນະ​ໂຍ​ບາຍຢູ່​ເຂດ​ທະ​ເລ​ນີ້. ກອງ​ປະ​ຊຸມ​ສຳ​ມະ​ນາ​​ຈະ​ດຳ​ເນີນ​​ເປັນ​ເວ​ລາ​ໜຶ່ງ​ວັນ ແລະ ໄດ້​ແບ່ງ​ເປັນ 4 ​ວາ​ລະ​ປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ລວມ​ມີ: ບັນ​ຫາ​ນິ​ຕິ​ກຳ ແລະ ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2016; ການ​ຫັນ​ເປັນ​ທະ​ການ ແລະ ກໍ່​ສ້າງ​ກຳ​ລັງ​ຢ​ູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ຫາ​ສິ່ງ​ແວດ​ລ້ອມ. ຢູ່​ທີ່ນີ້, ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາທີ່​ຍັງ​ຄົງ​ຄ້າງ​ມາ​ແຕ່​ດົນ​ນານ ກໍ​ຄື​ບັນ​ດາ​ການ​ຜັນ​ແປ​​ໃໝ່​ທີ່ຫາກໍ່​ພົ້ນ​ເດັ່ນ​​ຫວ່າງ​ແລ້ວນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຊິ່ງ​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ທ​ະ​ເລ​ສຳ​ຄັນ​​ທີ່​ສຸດຂອງ​ໂລກ, ພ້ອມ​ທັງ​ຕີ​ລາ​ຄາ​ກ່ຽວ​ກັບ​​ບັນ​ດາກາ​ນ​ກະ​ທົບ​ດ້ານ​ພູມ​ປະ​ເທດຍຸດ​ທະ​ສາດ​ສຳ​ລັບ​ພາກ​ພື້ນ. ພິ​ເສດ, ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ CSIS ມີ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ສຳ​ລັບ​ສິ່ງ​ແວ​ດ​ລ້ອມ ແລະ ລະ​ບົບ​ຊີ​ວະ​ພາບ​ທະ​ເລ​ຕາ​ເວັນ​ອອກ ທີ່​ເລີ່ມ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະ​ວີ​ດ້ານ​ການ​ທະ​ຫານ​ຫວ່າງ​ແລ້ວນີ້.

        ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກປະ​ຈຳ​ປີ 2016 ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ ຍ້ອນ​ເຫດ​ການນີ້​ດຳ​ເນີນ​ກົງ​ກັບ​ມື້​ສານ​ກຳມະການ​ປະຈຳ​ສະຫະ​ປະຊາ​ຊາດ (PCA) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ລາ​ໄຮ, ຄາດ​ວ່າ​ຈະ​ອອກ​ຄຳ​ຕັດ​ສິ​ນ​ກ່ຽ​ວ​ກັບ​ເຫດ​ຟີ​ລິບ​ປີນ ກ່າວ​ຟ້ອງບັນ​ດາ​ການ​ຖະ​ແຫຼງ​ອະ​ທິ​ປະ​ໄຕ​ທີ່​ໄຮ້​ເຫດ​ຜົນ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ