ເບິ່ງ​ແຍງດູ​ແລ ​ແລະ ຊ່ວຍໜູນສັງຄົມ​ໃຫ້​ແກ່​ຄົນ​ທຸກ​ຍາກ

(VOVWORLD) -   ກອງປະຊຸມສະຫຼຸບໝາກຜົນ 3 ປີ ແຫ່ງການຂົນຂວາຍ, ນໍາໃຊ້ “ກອງທຶນເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມໄລຍະ 2017 – 2019 ຖືກດໍາເນີນໃນຕອນບ່າຍວັນທີ 23 ທັນວາ 2019 ຢູ່ຮ່າໂນ້ຍ.
ເບິ່ງ​ແຍງດູ​ແລ ​ແລະ ຊ່ວຍໜູນສັງຄົມ​ໃຫ້​ແກ່​ຄົນ​ທຸກ​ຍາກ - ảnh 1ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການ ສູນກາງແນວໂຮມປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສະຫຼຸບ  (ພາບ: TTXVN)

        ຜ່ານການຜັນຂະຫຍາຍມາເປັນເວລາ 3 ປີ, ໂຄງການໜູນຊ່ວຍຄົນທຸກຍາກ ໄດ້ຮັບການສະໜັບສະໜູນ ຈາກບັນດາວິສາຫະກິດ, ຫົວໜ່ວຍ, ສ່ວນບຸກຄົນ ຢ່າງສຸດໃຈ ໂດຍຜ່ານກອງທຶນ “ເພື່ອຄົນທຸກຍາກ” 4 ຂັ້ນ ແລະ ໂຄງການຊ່ວຍໜູນສັງຄົມດ້ວຍເງິນຈໍານວນເກືອບ 14.000 ຕື້ ດົ່ງ. ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການ ສູນກາງແນວໂຮມປະເທດຫວຽດນາມ ເນັ້ນໜັກວ່າ:

        “ໃນການຈັດສັນແຫຼ່ງທຶນຈຸດສຸມ ເພື່ອແກ້ໄຂໃຫ້ຜູ້ທຸກຍາກ, ນອກຈາກການກໍ່ສ້າງເຮືອນມະຫາສາມັກຄີເພື່ອຊ່ວຍເຫຼືອຜູ້ທຸກຍາກ, ໃຫ້ກູ້ຢືມທຶນທໍາການຜະລິດ, ກໍຍັງແນະນໍາໃຫ້ຜູ້ທຸກຍາກທໍາການຜະລິດດໍາເນີນທຸລະກິດ, ເພື່ອຊ່ວຍເຂົາເຈົ້າບືນຕົວຂຶ້ນ. ແກ້ໄຂຄວາມທຸກຍາກໂດຍພື້ນຖານ ແມ່ນຕ້ອງລົງທຶນໃຫ້ແກ່ການສຶກສາ, ຕ້ອງບໍາລຸງສ້າງວິຊາຊີບ, ແກ້ໄຂວຽກເຮັດງານທໍາ. ຖ້າຫາກວ່າ ເຮົາບໍ່ລົງທຶນ, ບໍ່ແກ້ໄຂວຽກເຮັດງານທໍາໃຫ້ແກ່ເຂົາເຈົ້າ ແມ່ນຈະບໍ່ບັນລຸໝາກຜົນຄືດັ່ງຄວາມມຸ່ງຫວັງ”. 

ຕອບກັບ

ຂ່າວ/ບົດ​ອື່ນ