ເບິ່ງແຍງດູແລບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ

(VOVWORLD) -ຄະນະໄດ້ມອບຂອງຂວັນ 180 ພູດໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບັນດາຕາແສງ ທິ້ງເວື້ອງ, ເມືອງ ງວຽນບິ່ງ; ເວິນຈີ່ງ, ດຶກລອງ ຂອງເມືອງ ແທກອານ
ເບິ່ງແຍງດູແລບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ - ảnh 1(ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມ, ມອບຂອງຂວັນບຸນເຕັດ ຢູ່ແຂວງ ກາວບັ່ງ)

ຕອນບ່າຍວັນທີ 24 ມັງກອນ, ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດປີຂານ ໃຫ້ແກ່ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ ແລະ ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ຢູ່ແຂວງ ກາວບັ່ງ. ຄະນະໄດ້ມອບຂອງຂວັນ 180 ພູດໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບັນດາຕາແສງ ທິ້ງເວື້ອງ, ເມືອງ ງວຽນບິ່ງ; ເວິນຈີ່ງ, ດຶກລອງ ຂອງເມືອງ ແທກອານ; ສະໜັບສະໜູນການກໍ່ສ້າງເຮືອນມະຫາສາມັກຄີ 5 ຫຼັງໃຫ້ແກ່ 5 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຢູ່ຕາແສງ ດຶກລອງ ແລະ ທິ້ງເວື້ອງ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂດ້ວັນຈຽນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງ ພໍ່ແມ່ປະຊາຊົນ ຈະມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຊອກຫາວິທີເພື່ອເສີມຂະຫຍາຍເງື່ອນໄຂທຳມະຊາດສັງຄົມຂອງຕົນ ເພື່ອພັດທະນາການຜະລິດ, ດຳເນີນທຸລະກິດ ແນໃສ່ຍົກສູງຊີວິດການເປັນຢູ່, ດ້ານວັດຖຸ, ຈິດໃຈ, ປະຕິບັດຖືກຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ຍາມໃດພວກເຮົາກໍ່ສາມັກຄີກັນ, ມານະພະຍາຍາມເພື່ອພ້ອມກັນສ້າງສາບ້ານເກີດເມືອງນອນ ກາວບັ່ງ ໃຫ້ນັບມື້ນັບພັດທະນາ”.

        ໃນວັນດຽວກັນ, ທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດຢູ່ແຂວງ ກວາງນິງ; ທ່ານ ຫວູຮົ່ງແທັງ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ໄປອວຍພອນບຸນເຕັດ ແລະ ມອບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ອວງບີ ແລະ ນະຄອນ ຮະລອງ.

ຕອບກັບ

ຂ່າວ/ບົດ​ອື່ນ