ເບິ່ງແຍງດູແລເດັກຖືກຕິດທາດພິດສີສົ້ນ/ດີໂອຊິນ

ເບິ່ງແຍງດູແລເດັກຖືກຕິດທາດພິດສີສົ້ນ/ດີໂອຊິນ - ảnh 1
​ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ
ມອບ​ຂອງຂວັນ 50 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ ​ໃຫ້​ເດັກ 50 ຄົນ
(ພາບ: qdnd.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 21/12, ຢູ່​ໂຮງຮຽນ​ອາຊີວະ​ຊັ້ນ​ກາງ​ສຳລັບ​ຄົນ​ພິການ​ແຂວງ​ທ໋າຍບິ່ງ, ກອງ​ທຶນ​ນ້ຳນົມ “​ຫວຽດນາມບື່ນຕົວ​ຂຶ້ນ” ສັງ​ກັດ​ກອງ​ທຶນປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ຈັດ​ພິທີ​ມອບ​ນ້ຳນົມ​ໃຫ້​ເດັກ​ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແຂວງ​ທ໋າຍບິ່ງ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ; ທ່ານ ຫງວຽນ​​ແຮ້ງ​ຟຸກ, ກຳມະການ​ສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ; ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ. ທີ່​ພິທີ, ບໍລິສັດ​ຫຸ້ນສ່ວນ​ນ້ຳ​ນົມ​ຫວຽດນາມ (Vinamilk) ​ໄດ້​​ມອບ​ໂລໂກນ້ຳນົມ 54.000 ຈອກ ຕົກ​ເປັນ​ມູນ​ຄ່າ 500 ລ້ານ​ດົງ ​ໃຫ້​ແຂວງ​ທ້າຍ​ບິ່ງ. ປະລິມານນ້ຳນົມ​ດັ່ງກ່າວ​ເຊິ່ງກອງ​ທຶນປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ ພ້ອມ​ກັບ​ບໍລິສັດ​ຫຸ້ນ​ສ່ວນ Vinamilk ສົ່ງ​ເຖິງ​ບັນດາ​ໂຮງຮຽນ, ສູນ​ລ້ຽງ​ດູ​ເດັກ​ພິການ ​ແລະ ບັນດາ​ຄອບຄົວ​ຖືກ​ຜົນ​ສະທ້ອນ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ສິນ ຢູ່ 8 ​ເມືອງ, ນະຄອນ​ໃນ​ບໍລິ​ເວນ​ແຂວງ​ທ໋າຍບິ່ງ. ​ເນື່ອງ​​ໃນ​ໂອກາດ​ນີ້, ກອງ​ທຶນປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ​ໄດ້​ມອບ​ຂອງຂວັນ 50 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ ​ໃຫ້​ເດັກ 50 ຄົນ ​ເຊິ່ງ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ຂ່າວ/ບົດ​ອື່ນ