ເບ​ລາ​​ຣຸດກ່າວ​ເຕືອນ EU ພົບ​ປະ​ກັບ​ການ​ນຳ​ຝ່າຍ​ຄ້ານ

(VOVWORLD) -ລັດຖະມົນຕີການຕ່າງປະເທດບັນດາປະເທດ EU ພ້ອມກັບທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການທູດ, ຈະມີການພົບປະກັບການນຳຝ່າຍຄ້ານ ເບລາຣຸດ ໃນວັນທີ 21 ກັນຍາ, ກ່ອນເວລາຈັດກອງປະຊຸມເປັນກຸ່ມ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການລົງໂທດ ເບລາຣຸດ.

ວັນທີ 19 ກັນຍາ, ກະຊວງການຕ່າງປະເທດ ເບລາຣຸດ ໄດ້ອອກຖະແຫຼງການຄັດຄ້ານເລື່ອງການນຳຝ່າຍຄ້ານ Sviatlana Tsikhanouskaya ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດສະຫະພາບເອີລົບ (EU). ຖະແຫຼງການໄດ້ຊີ້ແຈ້ງວ່າ, ດ້ວຍການເຂົ້າຮ່ວມຂອງການນຳຝ່າຍຄ້ານ ເບລາຣຸດ, EU ພວມແຊກແຊງເຂົ້າບັນຫາພາຍໃນຂອງເບລາຣຸດ.

ລັດຖະມົນຕີການຕ່າງປະເທດບັນດາປະເທດ EU ພ້ອມກັບທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການທູດ, ຈະມີການພົບປະກັບການນຳຝ່າຍຄ້ານ ເບລາຣຸດ ໃນວັນທີ 21 ກັນຍາ, ກ່ອນເວລາຈັດກອງປະຊຸມເປັນກຸ່ມ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການລົງໂທດ ເບລາຣຸດ.

ໃນຂະນະນັ້ນ, ໃນວັນທີ 18 ກັນຍາ, ລັດເຊຍ ໄດ້ຮຽກຮ້ອງ EU ຄວນຊັ່ງຊາບັນດານະໂຍບາຍທີ່ກ່ຽວຂ້ອງເຖິງ ເບລາຣຸດ, ຍ້ອນວ່າສິ່ງນີ້ອາດຈະກໍ່ຜົນສະທ້ອນເຖິງລະບຽບຮຽບຮ້ອຍນິຕິກຳສາກົນ ກໍຄືກີດຂວາງວິວັດແຫ່ງການມຸ່ງໄປສູ່ການສ້າງສະຖຽນລະພາບຢູ່ປະເທດນີ້. ຕາມກະຊວງການຕ່າງປະເທດລັດເຊຍ ແລ້ວ, EU ບໍ່ເຄົາລົບບັນດາບັນຫາດ້ານການເມືອງພາຍໃນປະເທດເບລາຣຸດ, ສ້າງຄວາມກົດດັນເພື່ອແນໃສ່ປ່ຽນແປງລັດຖະບານດ້ວຍບັນດາມາດຕະການລົງໂທດ ແລະ ກຳລັງດັນ.

ຕອບກັບ

ຂ່າວ/ບົດ​ອື່ນ