ເບລາຣຸດໃຫ່ສັດຕະຍາບັນຮ່າງສັນຍາການຄ້າເສລີລະຫວ່າງ EAES ກັບຫວຽດນາມ

ເບລາຣຸດໃຫ່ສັດຕະຍາບັນຮ່າງສັນຍາການຄ້າເສລີລະຫວ່າງ EAES ກັບຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ​ເບ​ລາຣຸດ Alexander Lukashenko
(ພາບອີນເຕີແນດ)


​(vovworld) - ວັນ​ທີ 26/05, ທ່ານ​ປະທານາທິບໍດີ​ເບ​ລາຣຸດ Alexander Lukashenko ​ໄດ້​ໃຫ້​ສັດຕະຍາບັນ​ຮ່າງ​ສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງສະຫະພັນ​ເສດ​ຖະກິດ​ເອີ​ລົບ - ​ອາຊີ​ (EAES) ກັບ​ຫວຽດນາມ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ບັນດາ​ການ​ເຈລະຈາ​ຄັ້ງ​ຕໍ​່ໄປ. ທ່ານ​ປະທານາ​ທິບໍດີ​ ​Lukashenko ໃຫ້​ຮູ້​ວ່າ, ທ່ານ​ໄດ້​​ເຊັນ​ລັດຖະດຳລັດ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ​ໃນ​ວັນ​ທີ 25/05. ລັດຖະບານ​ເບ​ລາຣຸດ ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ເພື່ອ​ລົງ​ນາມ​ຂໍ້​ຕົກລົງ​ດັ່ງກ່າວ​ກັບ​ລັດຖະບານ​ຫວຽດນາມ. ຕາມ​ເອກະສານ​ດັ່ງກ່າວ, ສິນຄ້າ, ການ​ບໍລິການ, ທຶນ ​ແລະ ຄົນ​ງານ​ຈະ​ໄປມາ​ຢ່າງ​ເສລີ​ໃນ​ສະຫະພັນ; EAES ກໍ່​ມີນະໂຍບາຍ​ໜຶ່ງ​ດຽວ. ​ໂຄງການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຊ່ວຍ​ປັບປຸງ​ພື້ນຖານ​ເສດຖະກິດ​ຂອງ​ບັນດາ​ປະ​ເທດສະມາຊິກ​, ຊຸກຍູ້​ບັນດາ​ປະ​ເທດ​ມີ​ຄວາມ​ໃກ້​ຊິດ​ກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ຕະຫຼາດ​ທົ່ວ​ໂລກ​ອີກ​ດ້ວຍ. ສັນຍາ​ການ​ຄ້າ​ເສລີ​ກັບ​ຫວຽດນາມ ​ແມ່ນ​ສັນຍາ​ທຳ​ອິດ​ທີ່ EAES ​ເຊັນ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ຄາດວ່າ, ພິທີ​ລົງ​ນາມ​ຖືກ​ດຳ​ເນີນ​ໄປ​ຢູ່​ກາຢັກສຖານ ​ໃນ​ວັນ​ທີ 29/05 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ