ເປີດກິດຈະກຳ ອາໄລຫານັກຮົບເສຍສະຫຼະຊີວິດຢູ່ກຳປູເຈຍ

ເປີດກິດຈະກຳ ອາໄລຫານັກຮົບເສຍສະຫຼະຊີວິດຢູ່ກຳປູເຈຍ - ảnh 1
ພິ​ທີ​ສວດ​ມົນ​ພາ​ວະ​ນາ ແລະ ເປີດ​ສະຫຼອງ​ກິດ​ຈະ​ກຳ​ອາ​ໄລ​ຫາ ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢູ່​ກຳ​ປູ​ເຈຍ

(vovworld)-  ພິ​ທີ​ສວດ​ມົນ​ພາ​ວະ​ນາ ແລະ ເປີດ​ສະຫຼອງ​ກິດ​ຈະ​ກຳ​ອາ​ໄລ​ຫາ ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢູ່​ສະ​ໜາມ​ຮົບ 479 ທີ່ກຳ​ປູ​ເຈຍ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/7 ຢູ່​ວັດ​ໂບ​ເດ ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ. ເຫດ​ການ​ໂດຍ​ແມ່ນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ ອະ​ດີດ​ທະ​ຫານ​ອາ​ສະ​ໝັກ​ສະ​ໜາມ​ຮົບ 479 ບໍ​ລິ​ເວນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ-ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພະ​ນັກ​ງານ, ອະ​ດີດ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​ຢູ່​ກຳ​ປູ​ເຈຍ ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ, ວິ​ລະ​ກຳ ແລະ ຄວາມ​ເສຍ​ສະຫຼະ​ອັນ​ໃຫຍ່ຫຼວງ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ຕິ​ບັດ​ພັນ​ທະ​ສາ​ກົນ.
ຂ່າວ/ບົດ​ອື່ນ