ເປີດການບໍລິການຮັບ-ສົ່ງຜົນການແກ້ໄຂລະບຽບການບໍລິຫານຜ່ານທາງໄປສະນີ

ເປີດການບໍລິການຮັບ-ສົ່ງຜົນການແກ້ໄຂລະບຽບການບໍລິຫານຜ່ານທາງໄປສະນີ - ảnh 1
ເປີດການບໍລິການຮັບ-ສົ່ງຜົນການແກ້ໄຂ
ລະບຽບການບໍລິຫານຜ່ານທາງໄປສະນີ
(ພາບ: VTC)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/12 ຢູ່ ຮ່າ​ໂນ້ຍ, ກະຊວງຖະ​ແຫຼ​ງຂ່າວ - ສື່ສານ, ບໍລິສັດ​ໃຫຍ່​ໄປ​ຊະນີ ຫວຽດນາມ ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ​ແລະ ​ເປີດ​ການບໍລິການ​ຮັບ​ສຳ​ເນົາ​ເອກະສານ ​ແລະ ສົ່ງຜົນ​ການ​ແກ້​ໄຂລະບຽບ​ການ​ບໍລິຫານ​ຜ່ານ​ການບໍລິການ​ໄປ​ສະນີສາທາລະນະ​ປະ​ໂຫຍ​ດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ: ​ເລື່ອງ​ຜັນ​ຂະຫຍາຍ​ສຳ​ເລັດ​ບໍລິການ​ຮັບ​ສຳ​ເນົາ​ເອກະສານ ​ແລະ ສົ່ງ​ຜົນ​ການ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ຜ່ານ​ການບໍລິການ​ໄປສະນີ​ສາທາລະນະ​ປະ​ໂຫຍ​ດ​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ, ​ເປີ​ນຂີດ​ໝາຍຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ໄປສະນີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກ່າວ​ວ່າ:

        “ປະຈຸ​ບັນ​ມີ​ປະມານ 86% ຈຳນວນລະບຽບ​ການ​ບໍລິຫານ​ຄວນ​​ເປັນ​ໄປ​ສູ່​ການ​ຮັບ​ໃຊ້ປະຊາຊົນ ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ລັດຖະບານ​ມອບ​ໝາຍໃຫ້​ກະຊວງ​ຖະ​ແຫຼ​ງ ຂ່າວ - ສື່ສານ ປຸກລະດົມ​ທັງ​ວິ​ສາ​ຫະກິດ​ໂທລະ​ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ​ໄປສະນີ ​ພ້ອມ​ກັນເຂົ້າ​ຮ່ວມ​ການ​ສ້າງ​ປະ​ຕູ​ຂໍ້​ມູນ​ສະໜອງ​ການບໍລິການ​ສາທາລະນະຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃຫ້​ທັງ​ລະບົບ​ບໍລິຫານ. ຂ້າພະ​ເຈົ້າ​ຫວັງ​ວ່າ: ບໍລິສັດ​ໃຫຍ່​​ໄປສະນີ ຫວຽດນາມ ຈະ​ຕັ້ງໜ້າ​ກ່ວາ​ອີກ ​ເພື່ອ​ປະຕິບັດ​ໜ້າ​ທີ່. ”

 

 

 

ຂ່າວ/ບົດ​ອື່ນ