ເປີດຄ້າຍພັກແລ້ງຫວຽດນາມ2016

ເປີດຄ້າຍພັກແລ້ງຫວຽດນາມ2016 - ảnh 1
ພິທີ​​ເປີດຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2016
(ພາບ: daidoanket)

(vovworld) - ​​ ຕອນ​ຄ່ຳ​ວັນ​ທີ 12/07 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ກະຊວງ​ການ​ຕ່າງປະ​ເທດ) ຈັດ​ຕັ້ງ​ພິທີ​​ເປີດຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ: “​ໄວ​ໜຸ່ມຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ມໍ​ລະ​ດົກ​ວັດທະນະທຳ​ຊົນ​ເຜົ່າ”. ນີ້​ແມ່ນ​ຄ້າຍ​ພັກ​ແລ້ງ​ທີ່​ສະຫງວນ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່​ຕ່າງປະ​ເທດ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ. ຊາວ​ໜຸ່ມ, ນັກ​ສຶກສາ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 110 ຄົນ​ເຊິ່ງມາ​ຈາກ 24 ປະ​ເທດ ​ແລະ ​​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2016.

        ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຮອງ​ຫົວ​ໜ້າ​ຜູ້ປະຈຳ​ການຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດັ້ງ​ເທ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ລາຍ​ການ​ຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2016 ຊຶ່ງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພາວ​ນ້ອງ​ຄົ້ນ​ຫາ​ບັນດາທັດສະນີ​ຍະ​ພາບ, ມໍລະດົກ​ວັດທະນະທຳ ​ທຳ​ມະ​ຊາດ​ບໍ່​ມີ​ຮູບ​ຮ່າງ ​ແລະ ມີ​ຮູບ​ຮ່າງ; ຈາກ​ນັ້ນ ​ເຂົ້າ​ໃຈ​​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ຢ່າງ​ເລິກ​ເຊິ່ງກ່ວາ ​ແລະ ການ​ຕໍ່ສູ້ຢ່າງ​ພິລະ​ອາດ​ຫານ​ຂອງ​ບັນດາ​ລຸ້ນຄົນ ຫວຽດນາມ ​ເພື່ອ​ຍາດ​ເອົາ​ເອກະລາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜ່ານ​ນັ້ນ, ລາຍການ​ກໍ່​ປະກອບ​ສ່ວນຍົກ​ສູງສະຕິ​ຄວາມ​ຮັບຜິດຊອບ​ຂອງ​ຊາວ​ໜຸ່ມ ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ສຳລັບ​ເລື່ອງ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ, ປະຫວັ​ດສາດ, ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ​ເຖິງ​ປະຊາ​ຄົມ​ສາກົນ ​ແລະ ຮັກສາ, ອະນຸລັກ​ຮັກສາ​ມູນ​ເຊື້ອ​ວັດທະນະທຳ, ສີສັນ​ຂອງ​ຊາດ​ໃນ​ໝູ່ປະຊາຊົນ ຫວຽດນາມ ຢູ່​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ