ເປີດງານວາງສະແດງ “ເມືອງເກົ່າ ຖະໜົນເກົ່າ”

(VOVWORLD) - ງານວາງສະແດງໄດ້ເປີດປະຕູແຕ່ວັນທີ 06 ຕຸລາ ຫາວັນທີ 31 ທັນວາ 2023 ຢູ່ເຂດມໍລະດົກພະລາຊະວັງ ທັງລອງ - ຮ່າໂນ້ຍ.
ເປີດງານວາງສະແດງ “ເມືອງເກົ່າ ຖະໜົນເກົ່າ”  - ảnh 1ທີ່ງານວາງສະແດງ
(ພາບ: thanglong.chinhphu.vn)
 
 

    ຕອນເຊົ້າວັນທີ 06 ຕຸລາ, ຢູ່ເຂດມໍລະດົກພະລາຊະວັງ ແທງລອງ - ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ສົມທົບກັບສູນເກັບກຳຂໍ້ມູນແຫ່ງຊາດ I ຈັດງານວາງສະແດງ “ເມືອງເກົ່າ ຖະໜົນເກົ່າ”. ງານວາງສະແດງດັ່ງກ່າວແມ່ນການເຄື່ອນໄຫວແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2023).

          ງານວາງສະແດງ “ເມືອງເກົ່າ, ຖະໜົນເກົ່າ” ໄດ້ນຳເອົາການສັງເກດໃໝ່ກ່ຽວກັບປະຫວັດສາດ, ວັດທະນະທຳ, ເຂດດິນແດນ ແລະ ປະຊາຊົນ ທັງລອງ - ຮ່າໂນ້ຍ ໃນຊຸມປີຕົ້ນສັດຕະວັດທີ 19 ຫາເຄິ່ງສະຕະວັດທີ 20 ຂອງ ຮ່າໂນ້ຍ ໃນເມື່ອກ່ອນ ດ້ວຍບັນດາຄຸ້ມຖະໜົນ, ເສັ້ນທາງ, ບັນດາເຂດປູຊະນີຍະສະຖານປະຫວັດສາດ. ແລະ ວັດທະນະທຳ, ພ້ອມກັບບັນດາກິດຈະກຳເຂັ້ນຂົ້ນໄປດ້ວຍສີສັນ ຝລັ່ງ.

          ງານວາງສະແດງໄດ້ເປີດປະຕູແຕ່ວັນທີ 06 ຕຸລາ ຫາວັນທີ 31 ທັນວາ 2023 ຢູ່ເຂດມໍລະດົກພະລາຊະວັງ ທັງລອງ - ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ