ເປີດນຳໃຊ້ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງໂຄງການວ່າ ຈະສ້າງກຳລັງໜູນຊຸກຍູ້ລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ
ເປີດນຳໃຊ້ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ - ảnh 1ເປີດນຳໃຊ້ສຳນັກງານສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ
(ພາບ: TTXVN)

        ວັນທີ 18 ມັງກອນ, ຢູ່ເຂດເຕັກໂນໂລຊີສູງ ຮ່ວາລາກ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ໄດ້ຕັດແຖບຜ້າເປີດນຳໃຊ້ສຳນັກງານສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ (VKIST). ສຳນັກງານຂອງ VKIST ລວມມີຫ້ອງທົດລອງທັນສະໄໝ 5 ຫ້ອງ, ດ້ວຍມູນຄ່າການກໍ່ສ້າງທັງໝົດແມ່ນ 5 ລ້ານ USD. ນີ້ແມ່ນໂຄງການຊ່ວຍເຫຼືອລ້າໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ມາໃຫ້ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງໂຄງການວ່າ ຈະສ້າງກຳລັງໜູນຊຸກຍູ້ລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ປະກອບສ່ວນສ້າງບາດກ້າວບຸກທະລຸໃຫ້ແກ່ພື້ນຖານວິທະຍາສາດເຕັກໂນໂລຊີ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ດ້ວຍພື້ນຖານວັດຖຸທັນສະໄໝ, ຖັນແຖວບຸກຄະລາກອນເກັ່ງ ພ້ອມກັບບັນດາຜະລິດຕະພັນຄົ້ນຄວ້າທຳອິດ, ສະຖາບັນ VKIST ຈະສວມບົດບາດເປັນແກ່ນສານເຊື່ອມຕໍ່ລະຫວ່າງສະຖາບັນ, ໂຮງຮຽນ, ວິສາຫະກິດໃນລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ