ເປີດ​ນຳ​ໃຊ້ສາ​ລາ​ສຸກ ເຄື່ອນທີ່​ດູ​ແລ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່ນະ​ຄອນ​ໂຮ່​ຈີ​ມິນ 2 ແຫ່ງ

(VOVWORLD) -ວັນທີ 20 ສິງຫາ, ນະຄອນໂຮ່ຈີມິນ ໄດ້ເປີດນຳໃຊ້ ແລະ ນຳເຂົ້າເຄື່ອນໄຫວ ສາລາສຸກເຄື່ອນທີ່ ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ເມືອງ 3 ແລະ ເມືອງ 7.
ເປີດ​ນຳ​ໃຊ້ສາ​ລາ​ສຸກ ເຄື່ອນທີ່​ດູ​ແລ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່ນະ​ຄອນ​ໂຮ່​ຈີ​ມິນ 2 ແຫ່ງ - ảnh 1ສາລາສຸກ ເຄື່ອນທີ່ທຳອິດຢູ່ ຫວຽດນາມ

ສາລາສຸກ 2 ແຫ່ງດັ່ງກ່າວ ໄດ້ສ້າງຂຶ້ນຕາມການຊີ້ນຳຂອງລັດຖະບານ ແລະ ກະຊວງສາທາລະນະສຸກ.  ທ່ານໝໍເລທິບາວອຽນ ຫົວໜ້າສາລາສຸກເຄື່ອນທີ່ເລກ 1 ເມືອງ 3 ໃຫ້ຮູ້ວ່າ:

ຜູ້ຕິດເຊື້ອມານີ້ ພວກຂ້າພະເຈົ້າຈະໃຫ້ຢາ, ຢາມີຫຼາຍຊະນິດເພື່ອປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢູ່ບ້ານ. ພາຍຫຼັງປິ່ນປົວໃຊ້ຢາ, ໃສ່ອົກຊີຊ່ວຍຫາຍໃຈ ແຕ່ຜູ້ຕິດເຊື້ອບໍ່ມີອາການດີຂຶ້ນ ຫາກຍັງຮູ້ສຶກຫາຍໃຈຍາກກ່ວາເກົ່າ, ມີອາການໜັກກ່ວາ ຈະຂໍລົດປະສານເພື່ອສົ່ງໄປຍັງໂຮງໝໍຂັ້ນເທິງ.

ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນສືບຕໍ່ທະວີຄູນຮູບແບບສາລາສຸກເຄື່ອນທີ່ຢູ່ບັນດາເມືອງ ໃນນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ