(VOVWORLD) - ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.
ທະຫານລາວ, ຫວຽດນາມ, ກຳປູເຈຍ ເຂົ້າຮ່ວມພິທີເປີດ |
ວັນທີ 6 ຕຸລາ, ຢູ່ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປີດພິທີຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ, ຈັດໂດຍກະຊວງປ້ອງກັນປະເທດລາວ. ການຝຶກຊ້ອມຈັດຂຶ້ນ ແຕ່ວັນທີ 6-15 ຕຸລາ, ດ້ວຍບັນດາເນື້ອໃນຫຼັກ, ເຊັ່ນ: ການຝຶກແອບ ແລະ ປະຕິບັດຕົວຈິງ ບັນດາສະຖານະການຄົ້ນຫາ, ກອບກູ້ຜູ້ປະສົບເຄາະຮ້າຍທາງນ້ຳທີ່ຖືກນ້ຳໄຫຼພັດໄປ ແລະ ການຊອກຫາກູ້ຊີບ, ກູ້ໄພຢູ່ຕຶກອາຄານຖືກພັງທະລາຍ. ການຝຶກຊ້ອມຄັ້ງນີ້ມີ ພະນັກງານ, ນັກຮົບ ເຂົ້າຮ່ວມຫຼາຍເກືອບ 1.000 ຄົນ, ພ້ອມທັງມີຍານພາຫະນະ, ວັດຖຸ, ອຸປະກອນທີ່ທັນສະໄໝຮັບໃຊ້ວຽກງານຄົ້ນຫາ, ກູ້ຊີບກູ້ໄພ.
ກ່າວຄຳເຫັນໃນພິທີເປີດ, ທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ເນັ້ນໜັກວ່າ ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.
ນອກຈາກການຝຶກຊ້ອມຮ່ວມ, ບັນດາກ້ອນກຳລັງເຂົ້າຮ່ວມການຝຶກຊ້ອມ ຍັງມີບັນດາກິດຈະກຳພົບປະແລກປ່ຽນວັດທະນາທຳ, ສິລະປະ, ກິລາ, ແລກປ່ຽນຂໍ້ມູນ, ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ ແລະ ນັກຮົບຂອງກອງທັບ ລາວ-ຫວຽດນາມ-ກຳປູເຈຍ.
ນັກຂ່າວປະຈຳລາວ