ເປີດພິທີຍ້ອງຍໍຊົມເຊີຍນາຍຊ່າງໜຸ່ມດີເດັ່ນທົ່ວປະເທດຄັ້ງທີ 9 ປີ 2018

(VOVWORLD) - ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານໃນການຮ່ຳຮຽນ, ອອກແຮງງານທຳການຜະລິດຂອງນາຍຊ່າງໜຸ່ມດີເດັ່ນ 65 ຄົນ
ເປີດພິທີຍ້ອງຍໍຊົມເຊີຍນາຍຊ່າງໜຸ່ມດີເດັ່ນທົ່ວປະເທດຄັ້ງທີ 9 ປີ 2018 - ảnh 1 ທ່ານນາງ ເຈືອງທິມາຍ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນາຍຊ່າງໜຸ່ມ 65 ຄົນທີ່ດີເດັ່ນຄັ້ງທີ 9 ປື 2018. ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານໃນການຮ່ຳຮຽນ, ອອກແຮງງານທຳການຜະລິດຂອງນາຍຊ່າງໜຸ່ມດີເດັ່ນ 65 ຄົນ ແລະ ຫວັງວ່າ, ບັນດານາຍຊ່າງໜຸ່ມດີເດັ່ນຈະສືບຕໍ່ຜັນຂະຫຍາຍນ້ຳໃຈປະດິດຄິດສ້າງ, ເປັນເຈົ້າການທາງດ້ານວິທະຍາສາດເຕັກນິກ, ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ເສດຖະກິດ ພັດທະນາປະເທດຊາດ. ທ່ານນາງ ເຈືອງທິມາຍ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ສູນກາງຊາວໜຸ່ມສືບຕໍ່ຍູ້ແຮງບັນດາຂະບວນການລະອຽດ, ແທດຈິງ ເພື່ອມີສະມາຊິກຊາວໜຸ່ມ, ເສີມຂະຫຍາຍປະສິດທິຜົນນ້ຳໃຈປະຈັນບານມີຫົວຄິດປະດິດສ້າງໃນການສ້າງສາ ແລະ ພັດທະນາປະເທດຊາດຫຼາຍຄົນຕື່ມອີກ. ຜັນຂະຫຍາຍຂະບວນການໄວໜຸ່ມມີຫົວຄິດປະດິດສ້າງໃນທຸກໆເປົ້າໝາຍຊາວໜຸ່ມເປັນຢ່າງດີ. ໃນໄລຍະປະຈຸບັນ, ທັດສະນະກ່ຽວກັບທັກສະອາຊີບກໍ່ມີການປ່ຽນແປງຫຼາຍຢ່າງ. ຂ້າພະເຈົ້າຫວັງວ່າ ເພື່ອນໜຸ່ມ 65 ຄົນນີ້ ແລະ ເພື່ອນໜຸ່ມທຸກໆຄົນ ຈະເຂົ້າໃຈທັກສະອາຊີບ ບໍ່ແມ່ນວ່າສີມືອາຊີບທີ່ຄ່ອງແຄ້ວເທົ່ານັ້ນ ຫາກຍັງແມ່ນທັກສະອາຊີບເຊິ່ງກວມລວມຄວາມເຂົ້າໃຈກ່ຽວກັບອາຊີບ, ຄວາມປອດໄພໃນການອອກແຮງງານ, ຈັນຍາບັນຕໍ່ການປະກອບອາຊີບອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ