ເປີດລາຍການທ່ອງທ່ຽວ“ຜ່ານບັນດາເຂດມໍລະດົກຫວຽດບັກທາງພາກເໜືອຫວຽດນາມ”ຄັ້ງທີ7

ເປີດລາຍການທ່ອງທ່ຽວ“ຜ່ານບັນດາເຂດມໍລະດົກຫວຽດບັກທາງພາກເໜືອຫວຽດນາມ”ຄັ້ງທີ7 - ảnh 1
ສ​ະ​ແດງ​ສິ​ລະ​ປະ​ຂອງ​ແຂວງ ໄທ​ງວຽນ​ ຢູ່​ພິ​ທີເປີດ​ລາຍ​ການ
​ທ່ອງ​ທ່ຽວຜ່ານ​ບັນ​ດາ​​ເຂດ​ມໍ​ລະ​ດົກ​​ຫວຽດ​ບັກທາງພາກ​ເໜືອ​ຫວຽດ​ນາມ
(ພາບ: LanAnh/TTXVN)

(vovworld)-  ​​​ ​ພິ​ທີເປີດ​ລາຍ​ການ​ທ່ອງ​ທ່ຽວ“ຜ່ານ​ບັນ​ດາ​​ເຂດ​ມໍ​ລະ​ດົກ​​ຫວຽດ​ບັກທາງພາກ​ເໜືອ​ຫວຽດ​ນາມ” ຄັ້ງ​ທີ 7 ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ ວັນ​ທີ 9/10, ຢູ່​ນະ​ຄອນ​ຮ່າ​ຢາງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 6 ແຂວງ​​ຫວຽດ​ບັກ​ຄື: ຮ່າ​ຢາງ, ຕວຽນ​ກວາງ, ບັກ​ກ້ານ, ລ້າງ​ເຊີນ, ທ໋າຍ​ຫງວຽນ ແລະ ກາວ​ບັງ. ພາຍຫຼັງ 6 ປີ​ແຫ່ງ​ການ​ຈັດ​ຕັ້ງ, ລາຍ​ການ​ໄດ້​ນຳ​ມາ​​ເຊິ່ງບັນ​ດາ​ຜົນ​ສຳ​ເລັດ​ທີ​່​ແນ່ນອນ, ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ, ສົ່ງ​ເສີມ​ການ​ໂຄ​ສະ​ນາ ແລະ ເສີມ​ຂະ​ຫຍາຍ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ວຽກ​ງານ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ​ໄດ້​​ຮັບ​ຄວາມເອົາ​ໃຈ​ໃສ່​ ເປັນ​ພິ​ເສດ​ຈາກ​ແຂວງ​ຕ່າງໆ, ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ບັນ​ດາ​ນັກ​ລົງ​ທຶນ​ເຂົ້າ​​ມາຮ່ວມ​​ສຳ​ພັນ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ