ເປີດສະຫຼອງສູນຂ່າວສານ Festival Hue 2012

ເປີດສະຫຼອງສູນຂ່າວສານ Festival Hue 2012 - ảnh 1

ນະຄອນ Hue
(ພາບ: baohay.net)

( vovworld ) – ​ວັນ​ທີ 2/4,ສູນຂ່າວສານ Festival Hue 2012 ​ໄດ້​ເປີດ​ ສະຫຼອງ ​ແລະ ນຳ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ສຳ​ນັກງານ​ສະມາຄົມ​ນັກ​ຂ່າວ​ແຂວງ Thua Thien Hue ​ເພື່ອ​ແນ​ໃສ່​ຕອບ​ສະ​ຫນອງຄວາມ​ຕ້ອງການ​ປະຕິບັດວຽກ​ງານ​ຂອງ​ຂັກຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສູນ​ໄດ້​ປະກອບ​ລະບົບ​ຄອມ​ຟີ​ວ​ເຕີ​ເຊື່ອມ​ຕໍ່​ເຄືອ​ຍຂ່າຍ ADSL ດ້ວຍຄວາມ​ໄວ​ສູງ, ​ເຄື່ອງ​ຈັກ​ພິມ, ຈັກ​ອັດ​ເອກະສານ…​ພ້ອມ​ກັບ​ບັນດາ​ຊອບ​ແວ​ຈັດ​ຮູບ​ພາບ, ສຽງ, video… ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ນັກ​ຂ່າວ ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ. ປະຈຸ​ບັນ, ມີ 16 ອົງການ​ຂ່າ​ວສານ, ໜັງສືພິມ​ໄດ້​ຮັບຜິດຊອບ​ໂຄສະນາ​ໃຫ້​ແກ່​ງານ​ບຸນ; ນັກ​ຂ່າວ​ກ່ວາ 500 ຄົນ​ໄດ້​ຈົດ​ທະບຽນ​ປະຕິບັດວຽກ​ງານຢູ່ Festival Hue 2012. Festival Hue 2012 ດ້ວຍ​ຫົວ​ຂໍ້​ວ່າ “ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ  ພັດທະນາ- ຈຸດ​ນັດ​ພົບ​ຂອງບັນດາ​ນະຄອນ​ແຫ່ງ​ປະຫວັດສາດ“ ຊື່​ງຈະ​ດຳ​ເນີນ​ແຕ່​ວັນ​ທີ 7-15/4/2012. ນີ້​ແມ່ນ​ຈຸດ​ສຸມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ ເໜືອ​ຂອງ​ພາກ​ກາງ-Hue 2012 ​ໂດຍ​ແຂວງ Thua Thien Hue ​ເປັນ​ເຈົ້າພາບ​ຈັດ​ຕັ້ງ.





ຂ່າວ/ບົດ​ອື່ນ