ເປີດສະຫຼອງຫຼາຍກິດຈະກຳມີຄວາມໝາຍສະເຫຼີມ ສະຫຼອງ60ປີແຫ່ງວັນ ປົດປ່ອຍນະຄອນຫຼວງ

ເປີດສະຫຼອງຫຼາຍກິດຈະກຳມີຄວາມໝາຍສະເຫຼີມ ສະຫຼອງ60ປີແຫ່ງວັນ ປົດປ່ອຍນະຄອນຫຼວງ - ảnh 1
ພິ​ທີ​ເປີ​ດ​ສະ​ຫຼອງ ຕໍ່​ເສັ້ນ​ທາງ​ເລກ 5

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 9/10, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ການເຄື່ອນ​ໄຫວ​ທົດລອງໂຄງການຕໍ່ເສັ້ນ​ທາງ​ເລກ 5 ແລະ ​ເປ​ີດ​ສະຫຼອງ​ຂົວ ດົງ​ຈູ່, ພ້ອມ​ທັງ​ຕິດ​ຕັ້ງ​ປ້າຍ​ໃຫ​້​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ ໃຫ້​ກິດ​ຈະ​ກຳ 2 ແຫ່ງນີ້. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເຂົ້າ​ຮ່ວມ​ພິ​ທີ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ, ເນັ້ນ​ໜັກ​ວ່າ:

        “ໃນ​ແຜນ​ຜັງ​ຂອ​ງ​ນະ​ຄອນ ຮ່າ​ໂນ້ຍ, ແມ່ນຖືເອົາແມ່ນ້ຳ​ຂອງ​ແມ່ນ​ໃຈກາງ ແລະ ໂຄງ​ການ​ກໍ່ສ້າງຕໍ່​ເສັ້​ນ​ທາງ​ເລກ 5 ໄດ້​ປະ​ຕິ​ບັດ​ສຳ​ເລັດເມືອນຳ​ເຂົ້າ​ໃຊ້​ການກໍ່​ສາມາດສ້າງ​ລະບົບທາງ​ຄົມ​ມະ​ນາ​ຄົມ​ໃຫຍ່, ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຮັບ​ໃຊ້​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ບັນ​ດາ​ເຂດ​ຕົວ​ເມືອງ​ຢູ່​ທິດ​ເໜືອ​ແມ່ນ້ຳແດງ ”

        ກໍ່​ໃນ​ວັນດຽວກັນ, ສູນ​ການ​ຄ້າ ທຽນ​ເຊີນ Plaza ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ ກໍ່​ໄດ້​ຕິດ​ປ້າຍ​​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ​ຢ່າງ​ເປັນ​ທາງ​ການ.

        ແລະຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນເມືອງ ຮ່​ວານ​ກ໋ຽມ, ໄດ້​ເປ​ີດ​ສະຫຼອງ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ຕິດ​ປ້າຍ​ກິດ​ຈະ​ກຳສາ​ລາ ດົງ​ແທ່ງ, ຢູ່ ຮ່າງ​ໂບ່, ສາ​ລາ ດົງ​ແທ່ງ ແມ່ນ​ສາ​ລາ​ເດີມ ໄດ້​ຮັບ​ການກໍ່​ສ້າງ​ກ່ອນນີ້​ກ່​ວາ 200 ປີ…

 

ຂ່າວ/ບົດ​ອື່ນ