ເປັນ​ຄັ້ງ​ທຳ​ອິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ

(VOVWORLD) - ທີ່ການເຈລະຈາ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມື ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັບປະກັນສະຖຽນລະພາບ ແລະ ສັນຕິພາບ.
ເປັນ​ຄັ້ງ​ທຳ​ອິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas  ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Benny Gantz (ພາບ: Reuters/TTXVN)

ວັນທີ 8 ກໍລະກົດ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Yair Lapid ພາຍຫຼັງທີ່ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Benny Gantz. ນີ້ແມ່ນການເຈລະຈາຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ Mahmoud Abbas ແລະ ທ່ານນາຍົກລັດຖະມົນຕີ Yair Lapid ນັບແຕ່ທ່ານ Yair Lapid ຂຶ້ນກຳອຳນາດບໍລິຫານລັດຖະບານ ແທນໃຫ້ທ່ານ Naftali Bennett ໃນອາທິດແລ້ວນີ້.

        ທີ່ການເຈລະຈາ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມື ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັບປະກັນສະຖຽນລະພາບ ແລະ ສັນຕິພາບ.

        ກ່ອນໜ້ານັ້ນໜຶ່ງວັນ ຄືໃນວັນທີ 7 ກໍລະກົດ, ທ່ານປະທານາທິບໍດີ Abbas ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Benny Gantz ຢູ່ນະຄອນ Ramallah ຢູ່ ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ.


ຕອບກັບ

ຂ່າວ/ບົດ​ອື່ນ