​ເປັນ​ຄັ້ງ​ທຳ​ອິດ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາພົບ​ປະ​ກັບ​ການ​ນຳ​ພັກ​ການ​ເມືອງ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ

(VOVWORLD) - ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado. 

ວັນທີ 15 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ພົບປະແບບເຊິ່ງໜ້າກັບທ່ານນາງ Maria Machado ການນຳພັກການເມືອງຝ່າຍຄ້ານ ເວເນຊູເອລາ, ຢູ່ທຳນຽບຂາວ, ການກະທຳນີ້ໄດ້ຮັບຖືວ່າອາດຈະສົ່ງຜົນສະທ້ອນຕໍ່ວິທີວໍຊິງຕັນ ກຳນົດທິດອະນາຄົດການເມືອງຂອງປະເທດ ອາເມລິກາໃຕ້ນີ້. ພາຍຫຼັງການພົບທີ່ແກ່ຍາວເປັນເວລາກວ່າ 1 ຊົ່ວໂມງ, ທ່ານນາງ Machado ໄດ້ພັນລະນາການແລກປ່ຽນແມ່ນສຸດຍອດ, ແຕ່ບໍ່ເຜີຍຂໍ້ມູນລະອຽດກ່ຽວກັບເນື້ອໃນຂອງການປຶກສາຫາລື.

ໃນຂະນະນັ້ນ, ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado. ເຖິງຢ່າງໃດກໍຕາມ, ທ່ານນາງ Karoline Leavitt ກໍ່ເນັ້ນໜັກວ່າທ່ານ Trump ຍັງຮັກສາການຕີລາຄາສະພາບການຕົວຈິງທີ່ວ່າ ທ່ານນາງ Maria Machado ຍັງທັນບໍ່ມີການສະໜັບສະໜູນທີ່ຈຳເປັນຢ່າງພຽງພໍເພື່ອນຳພາເວເນຊູເອລາໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ