ເປັນຄັ້ງທຳອິດ ຫວຽດນາມ ຜະລິດລົດຈັກໄຟຟ້າເປັນມິດຕໍ່ສິ່ງແວດລ້ອມ

(VOVWORLD) -ຈຸດເດັ່ນຂອງລົດຈັກໄຟຟ້າ Xyndi ແມ່ນນຳໃຊ້ ຖ່ານ Lithium ເມື່ອນຳໃຊ້ຈະບໍ່ກໍ່ມົນລະພິດ
ເປັນຄັ້ງທຳອິດ ຫວຽດນາມ ຜະລິດລົດຈັກໄຟຟ້າເປັນມິດຕໍ່ສິ່ງແວດລ້ອມ - ảnh 1 ລົດຈັກໄຟຟ້າ Xyndi (ພາບ:congthuong.vn)

ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ບໍລິສັດ ຫຸ້ນສ່ວນການຄ້າສາກົນ ຝູສີ  ແລະ ບໍລິສັດ Powercentric ຈຳກັດ ຮ່ວມກັນຈັດງານເປີດໂຕ ລົດຈັກໄຟຟ້າເຕັກໂນໂລຊີສູງ Xyndi. ຈຸດເດັ່ນຂອງລົດຈັກໄຟຟ້າ Xyndi ແມ່ນນຳໃຊ້ ຖ່ານ Lithium, ເຊິ່ງເປັນຖ່ານທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍມີຊື່ເອີ້ນຖ່ານອັດສະລິຍະນີ້ວ່າ Mopo, ຖ່ານ Mopo ເມື່ອນຳໃຊ້ຈະບໍ່ກໍ່ມົນລະພິດ, ຊ່ວຍປົກປ້ອງສິ່ງແວດລ້ອມ. ທ່ານ ຟ້າມຕ໋ວນແອັງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນການຄ້າ ຝູສີ ໃຫ້ຮູ້ວ່າ:

“ລົດຈັກໄຟຟ້າຄັນໜຶ່ງ ຕ້ອງໃຊ້ໝໍ້ໄຟກາກບອນ ໜັກເຖິງ 35 ກິໂລກຣາມ ແຕ່ລົດຂອງພວກຂ້າພະເຈົ້າໜັກພຽງ 6 ກິໂລກຣາມເທົ່ານັ້ນ, ພາຍຫຼັງ 1 ປີ ລົດເພ ເຊິ່ງໝໍ້ໄຟໄດ້ປ່ອຍກາກບອນສູ່ສະພາບແວດລ້ອມເປັນຈຳນວນຫຼວງຫຼາຍ, ແລ້ວປະລິມານອາຊິດທີ່ອອກສູ່ ສິ່ງແວດລ້ອມກໍ່ເປັນຮ້າຍແຮງອີກດ້ວຍ. ເຕັກໂນໂລຊີຖ່ານ  Lithium ຂອງພວກຂ້າພະເຈົ້າ ບໍ່ມີອາຊິດ ແລະສົ່ງຜົນກະທົບຕໍ່ສິ່ງແວດລ້ອມບໍ່ພໍເທົ່າໃດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ