ເປັນຄັ້ງທຳອິດທີ່ SEA Game ຈະມີປະເພດກິລາເອເລັກໂຕນິກ

(VOVWORLD) - ກິລາເອເລັກໂຕນິກ (eSports) ເປັນຄັ້ງທຳອິດທີ່ຈະໄດ້ນຳເຂົ້າບັນຊີລາຍຊື່ບັນດາລາຍການແຂ່ງຂັນຍາດເອົາຫຼຽນຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Game) ຄັ້ງທີ 30, ເຊິ່ງດຳເນີນຢູ່ ຟີລິບປີນ ໃນທ້າຍປີນີ້.

ຕາມນັ້ນແລ້ວ, ກິລາເອເລັກໂຕນິກ ຈະມີ 6 ລາຍການເຊິ່ງລວມມີ 2 ການແຂ່ງຂັນຢູ່ໃນເຄື່ອງຫຼິ້ນເກມ (console), 2 ການແຂ່ງຂັນຢູ່ໃນຄອມພິວເຕີ (PC) ແລະ 2 ການແຂ່ງຂັນຢູ່ເຄື່ອງໂທລະສັບມືຖື. ບັນຊີລາຍຊື່ບັນດາການແຂ່ງຂັນໃນ SEA Game 30 ແມ່ນ Mobile Legends: Bang Bang, Dota 2, Starcraft 2, Arena of Valor ແລະ Tekken 7. ການແຂ່ງຂັນອັນທີ 6 ພວມໄດ້ຮັບການປຶກສາຫາລື, ພິຈາລະນາຈາກຄະນະຈັດຕັ້ງ ແລະ ຈະປະກາດໃນໄລຍະຈະມາເຖິງ.

        SEA Game ຄັ້ງທີ 30 ຈະດຳເນີນແຕ່ວັນທີ 30 ພະຈິກ - ວັນທີ 10 ທັນວາ 2019 ຢູ່ປະເທດ ຟີລິບປີນ.

ຕອບກັບ

ຂ່າວ/ບົດ​ອື່ນ