ເປັນຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຖືກ​ປົດ​ຕຳ​ແໜ່ງ

(VOVWORLD) - ວັນທີ 03 ຕຸລາ, ບັນດາສະມາຊິກລັດຖະສະພາ ອາເມລິກາ ໄດ້ປ່ອນບັດປົດຕຳແໜ່ງປະທານສະພາແຫ່ງຊາດ Kevin McCarthy.
ເປັນຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຖືກ​ປົດ​ຕຳ​ແໜ່ງ - ảnh 1ໃນປະຫວັດສາດ, ທ່ານ Kevin McCarthy ເປັນປະທານສະພາຕ່ຳ ອາເມລິກາ ຄົນທຳອິດທີ່ຖືກປົດຕຳແໜ່ງ (ພາບ: Getty)

ດ້ວຍຈຳນວນປັດເຫັນດີ 216 ບັດ ແລະ ບັດຂາວ 210 ບັດ, ວັນທີ 03 ຕຸລາ, ບັນດາສະມາຊິກລັດຖະສະພາ ອາເມລິກາ ໄດ້ປ່ອນບັດປົດຕຳແໜ່ງປະທານສະພາແຫ່ງຊາດ Kevin McCarthy. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ ທີ່ສະພາຕ່ຳ ອາເມລິກາ ໄດ້ປ່ອນບັດປົດຕຳແໜ່ງປະທານສະພາຕ່ຳ.

        ບັນດາສະມາຊິກສະພາຕ່ຳ ໄດ້ປ່ອນຄັດຄ້ານທ່ານ McCarthy ຍ້ອນມີຄວາມບໍ່ລົງລອຍກັນກັບວິທີແກ້ໄຂບັນຫາສົກປີການເງິນ ອາເມລິກາ ຂອງທ່ານ. ພາຍຫຼັງການປ່ອນບັດ, ທ່ານ Patrick McHenry ສະມາຊິກສະພາຕ່ຳ ພັກສາທາລະນະ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນ ຜູ້ຮັກສາການປະທານສະພາຕ່ຳ ແລະ ຈະເປັນປະທານການເລືອກຕັ້ງປະທານສະພາຕ່ຳຄົນໃໝ່.

ນັກຂ່າວ VOV ປະຈຳ ອາເມລິກາ

      

 

 

ຕອບກັບ

ຂ່າວ/ບົດ​ອື່ນ