ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ - ປັດ​ໄຈ​ສຳ​ຄັນ​ຊ່ວຍ ຫວຽດ​ນາມ ຄ​ວບ​ຄຸມ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) - ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາແບ່ງປັນ, ແນະນຳໃຫ້ປະຊາຄົມສາກົນ ປະຈຳຢູ່ ຫວຽດນາມ ກ່ຽວກັບການນຳໃຊ້ວິທະຍາສາດ - ເຕັກໂນໂລຢີ ໃນການປ້ອງກັນ, ຕ້ານ ແລະ ປິ່ນປົວພະຍາດໂຄວິດ - 19.
ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ - ປັດ​ໄຈ​ສຳ​ຄັນ​ຊ່ວຍ ຫວຽດ​ນາມ ຄ​ວບ​ຄຸມ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1 ກອງປະຊຸມສຳມະນາແບ່ງປັນ, ແນະນຳໃຫ້ປະຊາຄົມສາກົນ ປະຈຳຢູ່ ຫວຽດນາມ ກ່ຽວກັບການນຳໃຊ້ວິທະຍາສາດ - ເຕັກໂນໂລຢີ ໃນການປ້ອງກັນ, ຕ້ານ ແລະ ປິ່ນປົວພະຍາດໂຄວິດ - 19 (ພາບ: TTXVN)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ,ໃຫ້ຂໍ້ສັງເກດວ່າ: ໃນໂລກ, ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນປະເທດຕ້ານໂລກລະບາດໄດ້ເປັນຢ່າງດີ, ຮັກສາໄດ້ການດຳລົງຊີວິດຂອງປະຊາຊົນຕາມສະພາບປົກກະຕິໃໝ່. ໜຶ່ງໃນບັນດາປັດໄຈຊ່ວຍໃຫ້ ຫວຽດນາມ ປະສົບຜົນສຳເລັດນັ້ນ ແມ່ນຍ້ອນການນຳໃຊ້ເຕັກໂນໂລຢີເຂົ້າໃນວຽກງານປ້ອງກັນ, ຕ້ານ ແລະ ປິ່ນປົວພະຍາດໂຄວິດ - 19.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາກະຊວງ ຄືກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນ, ປະສົບການໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ